ລາວ-ເຢຍລະມັນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

    ວັນທີ 5 ເມສາ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍໃນຮູບແບບທາງໄກ ລະຫວ່າງທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ກັບ ທ່ານ ໂທເບຍສ໌ ລິນເນີ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດສະຫະພັນເຢຍລະມັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃໝ່.

    ກອງປະຊຸມພົບປະໃນຮູບແບບທາງໄກ ເປັນບາດກ້າວອັນໃໝ່ ແລະ ນິມິດໝາຍອັນດີງາມໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ກໍຄືການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ.

    ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນແຕ່ວັນທີ 31 ມັງກອນ 1958 (ຄົບຮອບ 64 ປີ) ເປັນຕົ້ນມາ ພ້ອມນີ້ ສອງຝ່າຍກໍເຫັນດີທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ມີມູນເຊື້ອ ໃຫ້ເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງຕໍ່ເນື່ອງ ຊຸກຍູ້ໃຫ້ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ ລາວ-ເຢຍລະມັນ ແລະ ການຈັດກອງປະຊຸມປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດຢ່າງເປັນປົກກະຕິ ເພື່ອປຶກສາຫາລື ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ

# ຂ່າວ ພາບ : ໄຊບັນດິດ

error: Content is protected !!