ທ່ານລັດຖະມົນຕີກະຊວງ ຖວທ ເຄື່ອນໄຫວວຽກງານຢູ່ແຂວງອັດຕະປື

     ວັນທີ 5 ເມສາ 2022 ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື ໂດຍການຕ້ອນຮັບຂອງທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກ ຖວທ ແຂວງອັດຕະປື ພ້ອມພະນັກງານຫຼັກແຫຼ່ງໃນຂົງເຂດ ຖວທ ໃຫ້ການຕ້ອນຮັບ.

    ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງ ຖວທ ໄດ້ຮັບຟັງການລາຍງານໂດຍສັງເຂບ ຕໍ່ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນແຂວງອັດຕະປື ຈາກຫົວໜ້າພະແນກ ຖວທ ແຂວງອັດຕະປື ຈາກນັ້ນ ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກ ຖວທ ແຂວງ ເພື່ອເປັນທິດຊີ້ນໍາໃຫ້ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວພາຍໃນແຂວງອັດຕະປືມີການຫັນປ່ຽນຢ່າງແຂງແຮງ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຄະນະນໍາພະແນກ ຖວທ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມດ້ານການເມືອງ ແນວຄິດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈດ້ານແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍຄືມະຕິຄໍາສັງຕ່າງໆທີ່ຂັ້ນເທິງວາງອອກໃຫ້ເປັນປົກກະຕິຕໍ່ເນື່ອງ ເອົາໃຈໃສ່ການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມກະທັດຮັດ ມີຄຸນນະພາບ ເພື່ອການຫັນປ່ຽນຢ່າງແຂງແຮງຂອງວຽກງານ ເພີ່ມທະວີການຕິດຕາມ ກວດກາວຽກງານ ເພື່ອຊອກໃຫ້ເຫັນຈຸດດີ ຈຸດອ່ອນຂອງການຊີ້ນໍາ-ນໍາພາ ກໍຄືກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ ເອົາໃຈໃສ່ໂຄສະນາບັນດາກົດໝາຍ ແລະ ນິຕິກໍາໃນຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ເພີ່ມທະວີການຄຸ້ມຄອງສື່ສັງຄົມອອນລາຍທີ່ເຄື່ອນໄຫວໂຄສະນາຕ້ານແນວທາງນະໂຍບາຍຂອງພັກ-ລັດ ໃຫ້ໄດ້ດີ ເອົາໃຈໃສ່ປົກປັກຮັກສາ ຊຸກຍູ້ສົ່ງເສີມ ແລະ ພັດທະນາວັດທະນະທໍາທ່ອງຖິ່ນໃຫ້ມີການເຄື່ອນໄຫວຢ່າງແຂງແຮງ ພັດທະນາບັນດາແຫຼ່ງທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ ເພື່ອກຽມຮອງຮັບນັກທ່ອງທ່ຽວ ພາຍຫຼັງທີ່ສະພາບການຂອງພະຍາດໂຄວິດ-19 ຜ່ອນຄາຍລົງ.

    ໃນໂອກາດດັ່ງກ່າວນີ້ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ເຄື່ອນໄຫວເບິ່ງເຂດຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ພ້ອມທ່ຽວຊົມເບິ່ງສະຖານທີ່ທ່ອງທ່ຽວຕາດແຊພະ ແລະ ຢ້ຽມຢາມສະຖານີວິທະຍຸ-ໂທລະພາບຂອງຢູ່ແຂວງອັດຕະປື ຕື່ມອີກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!