ເລືອກສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ເປັນເລຂາຄະນະພັກ ກຕສ

    ປະຊຸມໃຫຍ່ ຜູ້ແທນສະມາຊິກພັກຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຄັ້ງທີ II ໄດ້ດໍາເນີນລະຫວ່າງວັນທີ 4-5 ເມສາ 2022 ໂດຍເປັນປະທານຂອງສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປະລິນຍາເອກ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການ​ສູນ​ກາງ​ພັກ ຮອງປະທານປະເທດແຫ່ງ ສປປ ລາວ ມີບັນດາຄະນະພັກກະຊວງ ຮອງລັດຖະມົນຕີ ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການສູນກາງພັກ ພະນັກງານອາວຸໂສ-ອະດີດການນໍາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກເຂົ້າຮ່ວມ.

    ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 198 ສະຫາຍ ຍິງ 63 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງໝົດ 709 ສະຫາຍ ໃນ 33 ໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງ ກອງປະຊຸມໃຫຍ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ໄດ້ດໍາເນີນໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ ມີລະບຽບວິໄນ ແລະ ໄດ້ສຸມສະຕິປັນຍາຂອງບັນດາຜູ້ແທນ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດຫມາຍທີ່ໄດ້ກໍານົດໄວ້ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຜ່ານຮ່າງບົດລາຍງານການເມືອງ ແຜນພັດທະນາ 5 ປີ ( 2021 – 2025) ຂອງ ກຕສ  ເຫັນດີເປັນເອກະພາບຮັບຮອງເອົາຢ່າງເປັນເອກະສັນຕໍ່ຜົນງານ 2016 ຮອດປີ 2021 ພ້ອມທັງໄດ້ກໍານົດທິດທາງໜ້າທີ່ວຽກງານໃນຕໍ່ໜ້າ ແຜນພັດທະນາ 5 ປີ (2021–2025).

    ກອງປະຊຸມໃຫຍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ຂອງອົງຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ II ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໄວ້ ຜູ້ອອກຮັບສະໝັກເລືອກຕັ້ງຈໍານວນ 26 ສະຫາຍ ຍິງ 4 ສະຫາຍ ແລະ ເລືອກໄດ້ 21 ສະຫາຍ ຍິງ 1 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ່ II ເປັນເອກະສັນເລືອກຕັ້ງເອົາຄະນະປະຈໍາພັກ ປະກອບມີ 7 ສະຫາຍ ເລືອກສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ເປັນເລຂາ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ເປັນຮອງເລຂາ ແລະ ເປັນປະທານກວດກາພັກ ສະຫາຍ ເຮີງເຊັງ ເຢຍປໍເຮີ ເປັນຮອງປະທານກວດກາພັກ ສະຫາຍ ສະກຸນຄໍາ ແກ້ວບຸນຍາສິດ ແລະ ສະຫາຍ ນາງ ສຸພາລັກ ສີລາເພັດ ເປັນຮອງປະທານກວດກາພັກ.

    ໂອກາດນີ້ ສະຫາຍ ປອ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຊີ້ນໍາ-ນໍາພາ ຂອງຄະນະພັກກະຊວງໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມຮຽກຮ້ອງໃຫ້ບັນດາສະມາຊິກພັກ ພະນັກງານທົ່ວຂະແໜງເຕັກໂນໂລຊີ ແລະ ການສື່ສານ ເອົາໃຈໃສ່ຍົກສູງບົດບາດການນໍາພາຂອງພັກ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເປັນເຈົ້າການສືກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ ພະນັກງານ ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ມາເປັນມະຕິກອງປະຊຸມໃຫຍ່ອົງຄະນະພັກ ກຕສ ໂດຍຫັນເປັນແຜນງານ ໂຄງການ ມະຕິ ຄໍາສັ່ງ ກົນໄກ ລະບອບລະບຽບການ ໃຫ້ເປັນອັນລະອຽດ ພ້ອມສະແດງຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານພັກຊຸດໃໝ່ທີ່ຈະສືບຕໍ່ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫ່ຍກວ່າເກົ່າ.

# ຂ່າວ – ພາບ : ບຸນມີ

error: Content is protected !!