ກຸ່ມຜະລິດພືດຜັກອິນຊີໂນນແຕ້ ໄດ້ຮັບກົນຈັກຜະລິດກະສິກຳ

    ພິທີມອບ-ຮັບເຄື່ອງກົນຈັກ ແລະ ອຸປະກອນຜະລິດກະສິກຳ ໃຫ້ກຸ່ມຜະລິດພືດຜັກອິນຊີບ້ານໂນນແຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ທຶນສົມທົບຂອງໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ເມສາ 2022 ຢູ່ບ້ານດັ່ງກ່າວ ໂດຍມີທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຊີ້ນຳໂຄງການຜະລິດກະສິກຳເປັນສິນຄ້າປະຈຳເມືອງໄຊທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບອຸປະກອນທີ່ມອບຄັ້ງນີ້ ປະກອບມີ: ລົດໄຖພວນດິນ 10 ເຄື່ອງ ຜ້າກັນແສງ 106 ກໍ້ ແລະ ຊຸດທໍ່ນໍ້າ+ກ໊ອກນໍ້າ  53 ຊຸດ ລວມມູນຄ່າທັງໝົດ 198.600.000 ກີບ  ພາຍຫຼັງອຸປະກອນດັ່ງກ່າວນີ້ໄດ້ຖືກນໍາໃຊ້ຕາມເປົ້າໝາຍ  ຄະນະຊີ້ນຳໂຄງການຍັງຈະຕິດຕາມ ແລະ ຄຸ້ມຄອງ ລວມທັງແນະນໍາການນໍາໃຊ້ ຕິດກວດກາເປັນແຕ່ລະໄລຍະ ເພື່ອເຮັດໃຫ້ການນຳໃຊ້ອຸປະກອນດັ່ງກ່າວມີປະສິດທິຜົນ ເປັນຕົ້ນ ຄວາມເອົາໃຈໃສ່ໃນການຄຸ້ມຄອງຄວາມຮັບຜິດຊອບ ແລະ ການບຳລຸງຮັກສາ ແນໃສ່ເພື່ອເຮັດໃຫ້ກຸ່ມການຜະລິດ ໂດຍສະເພາະຜູ້ທີ່ໄດ້ຮັບທຶນສົມທົບ ນຳໃຊ້ກົນຈັກໄດ້ຮັບຜົນປະໂຫຍດ ແລະ ມີປະສິດທິຜົນຕາມເປົ້າໝາຍຂອງໂຄງການວາງໄວ້.

    ປັດຈຸບັນ ເມືອງໄຊທານີ  ສາມາດສ້າງຕັ້ງກຸ່ມການຜະລິດກະສິກຳໄດ້ 25 ກຸ່ມ ໃນນີ້ ກຸ່ມຜະລິດແນວພັນເຂົ້າຮຸ່ນ 3 ມີ 7 ກຸ່ມ ກຸ່ມຜະລິດເຂົ້າເປັນສິນຄ້າ 8 ກຸ່ມ ແລະ ກຸ່ມຜະລິດພືດຜັກເປັນສິນຄ້າ10 ກຸ່ມ ມີສະມາຊິກ 908 ຄົນ ເນື້ອທີ່ການຜະລິດລະດູຝົນ 873,5 ເຮັກຕາ ແລະ ລະດູແລ້ງ 549,5 ເຮັກຕາ ສະເພາະກຸ່ມຜະລິດພືດຜັກອິນຊີ ບ້ານໂນນແຕ້ ມີ 53​ ຄອບຄົວ ເນື້ອທີ່ 63,20 ເຮັກຕາ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!