ມື້ນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນລາວຫຼາຍກວ່າ 2.000 ຄົນ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19ຢູ່ ສປປ ລາວ ປະຈໍາວັນທີ 5 ເມສາ ປີ 2022 ໃຫ້ຮູ້ວ່າ: ວັນທີ 4 ເມສາ ທົ່ວປະເທດໄດ້ກວດວິເຄາະທັງໝົດ 4.754 ຕົວຢ່າງ ພົບເຊື້ອທັງໝົດ 2.272 ຄົນ (ຕິດເຊື້ອພາຍໃນ 2.223 ຄົນ ແລະ ນໍາເຂົ້າ 49 ຄົນ) ໃນນັ້ນນະຄອນຫຼວງວຽງຈັນ (ນວ) 1376 ຄົນ ວຽງຈັນ 106 ຄົນ ສະຫັວນນະເຂດ 94 ຄົນ ຄໍາມ່່ວນ 85 ຄົນ ອຸດົມໄຊ 75 ຄົນ ໄຊຍະບູລີ 73 ຄົນ ຜົ້ງສາລີ 68 ຄົນ ອັດຕະປື 61 ຄົນ ຊຽງຂວາງ 58 ຄົນ ຫຼວງພະບາງ 56 ຄົນ ບໍລິຄໍາໄຊ 45 ຄົນ ໄຊສົມບູນ 36 ຄົນ ສາລະວັນ 32 ຄົນ ບໍ່ແກ້ວ 17 ຄົນ ຫົວພັນ 17 ຄົນ ເຊກອງ 16 ຄົນ ຫຼວງນໍ້າທາ 8 ຄົນ.

    (ສ່ວນການຕິດເຊື້ອນໍາເຂົ້າ ມີ 49 ຄົນ ຈາກ ແຂວງ ຈຳປາສັກ 24 ຄົນ ສະຫວັນນະເຂດ 13 ຄົນ ຄຳມ່ວນ 9 ຄົນ ແລະ ນວ 3 ຄົນ).

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 186.870 ຄົນ ອອກໂຮງໝໍໃໝ່ 673 ຄົນ ກຳລັງປິ່ນປົວ 5.047 ຄົນ ແລະ ເສຍຊີວິດສະສົມ 682 ຄົນ.

    ທ່ານໃດຕ້ອງການກວດຫາເຊື້ອໂຄວິດ-19 ສາມາດໄປກວດໄດ້ຕາມຈຸດຕ່າງໆຄື ຕ່າງແຂວງສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດທີ່ຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ຈຸດກວດ ນວ ມີ ຈຸດກວດຄົງທີ່ຢູ່ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

    ປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວຍັງສູງຂຶ້ນຢ່າງຕໍ່ເນື່ອງ ໃນນີ້ ນວ ມີຜູ້ຕິດເຊື້ອໃໝ່ຫຼາຍກ່ວາໝູ່ກວມເອົາຫຼາຍກ່ວາ 50% ຂອງຈຳນວນຜູ້ຕິດເຊື້ອທັງໝົດ ໃນ 3 ເດືອນ ຕົ້ນປີນີ້ໂຕເລກລາຍງານຜູ້ຕິດເຊື້ອສູງເຖິງ 74.787 ກໍລະນີ ຫຼື ເທົ່າກັບ 40% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ ນັບແຕ່ປີ 2020 ເປັນຕົ້ນມາ (186.870 ກໍລະນີ) ແລະ ຄາດຄວ່າຈຳນວນຜູ້ຕິດເຊື້ອອາດຈະສູງຂື້ນຫຼາຍເທົ່າຕົວໂດຍສະເພາະໃນໄລຍະສະເຫຼີມສະຫຼອງປີໃໝ່ລາວທີ່ຈະມາເຖິງ ສະນັ້ນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ໃນການປ້ອງກັນຕົນເອງ ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

                          # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!