ກໍານົດກົນໄກປະສານງານໃນການດໍາເນີນຄະດີອາຍາກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

    ພິທີລົງນາມ ບົດບັນທຶກການກໍານົດກົນໄກປະສານງານ ໃນການດໍາເນີນຄະດີອາຍາກ່ຽວກັບປ່າໄມ້ ແລະ ສັດນ້ໍາ-ສັດປ່າ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຈັດຂຶ້ນໃນວັນທີ 5 ເມສາ 2012 ຢູ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໂດຍການລົງນາມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີຮອງລັດຖະມົນຕີ ຮອງຫົວໜ້າອົງການປະຊາຊົນສູງສູດ ຄະນະປະສານງານຮ່ວມມືທັງ 2 ຝ່າຍ ຫົວໜ້າກົມ ຫ້ອງການ ແລະ ພະນັກງານຫຼັກແຫຼ່ງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

    ບົດບັນທຶກດັ່ງກ່າວ ເປັນນິຕິກໍາທີ່ສໍາຄັນ ແລະ ເປັນພື້ນຖານທີ່ມີປະສິດທິຜົນກ່ຽວກັບກົນໄກປະສານງານ ໃນການດໍາເນີນຄະດີອາຍາກ່ຽວກັບປ່າໄມ້ ແລະ ສັດນ້ໍາ-ສັດປ່າ ລະຫວ່າງອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ເປັນການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍວ່າດ້ວຍປ່າໄມ້ ສັດນ້ໍາ-ສັດປ່າ ແລະ ກົດຫມາຍອື່ນທີ່ກ່ຽວຂ້ອງ ເຂົ້າສູ່ວຽກງານຕົວຈິງຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແນໃສ່ສະກັດກັ້ນປາກົດການຫຍໍ້ທໍ້ ໃນການດໍາເນີນຄະດີອາຍາ ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະພາກສ່ວນທີ່ກໍານົດໄວ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ ປະຕິບັດຕາມຫຼັກການລວມສູນ ແລະ ເປັນເອກະພາບຕາມລະບົບສາຍຕັ້ງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ເຮັດໃຫ້ການດໍາເນີນຄະດີອາຍາຕາມຂະບວນຍຸຕິທໍາ ມີຄວາມຖືກຕ້ອງ ໂປ່ງໃສ ທັນຕາມກໍານົດເວລາ ແລະ ຍຸຕິທໍາ ເຮັດໃຫ້ປະເທດເຮົາມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

    ໃນກອງປະຊຸມດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບປື້ມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ປື້ມປະມວນກົດໝາຍອາຍາ ແລະ ປຶ້ມປະມວນກົດໝາຍແພ່ງຈໍານວນໜຶ່ງໃຫ້ກະຊວງກະສິກໍາ ແລະ ປ່າໄມ້ຕື່ມອີກ.

# ຂ່າວ – ພາບ :  ສີພອນ

error: Content is protected !!