ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED ຈັດຂຶ້ນໃນວັນທີ 4 ເມສາ 2022 ໂດຍການລົງນາມຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ນັນທະໄລ ໄຊເສນາ ປະທານບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໂດຍມີທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທ່ານຮອງເຈົ້າແຂວງໆໄຊສົມບູນ ແຂວງຊຽງຂວາງ ແລະ ແຂວງຫົວພັນ ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບແລວທາງຕັດໃໝ່ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.

ທ່ານນາງ ນັນທະໄລ ໄຊເສນາ ກ່າວວ່າ: ການກໍ່ສ້າງໂຄງການດັ່ງກ່າວ ແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນນະພາບ ປັດຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ ເຊິ່ງຫາກໂຄງການນີ້ສຳເລັດ ກໍຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີຂຶ້ນ.

ທ່ານ ນິຍົມ ຈັນທະຣະມົນຕີ ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການານີ້ໃຫ້ໄດ້ຄຸນນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້ ຫາກເສັ້ນທາງນີ້ສຳເລັດ ກໍຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.
# ຂ່າວ – ພາບ : ສີພອນ