ປະທານສານປະຊາຊົນສູງສຸດ ເນັ້ນຫຼາຍບັນຫາໃນການປະຕິບັດໜ້າທີ່ວິຊາສະເພາະ

    ລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2022 ຜ່ານມາ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ສານປະຊາຊົນ ເຂດ III ແຂວງໄຊຍະບູລີ ປະຈໍາຢູ່ເມືອງຫົງສາ ເປັນກຽດຕ້ອນຮັບໂດຍສະຫາຍ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ພ້ອມຄະນະນຳຂອງເມືອງ ມີພະນັກງານສານປະຊາຊົນແຂວງໄຊຍະບູລີ ສານປະຊາຊົນເຂດ I, II ແລະ ສານປະຊາຊົນເຂດ III .

    ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ III ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານວິຊາສະເພາະໄລຍະ 1 ປີ ຜ່ານມາ ມີຄະດີທັງໝົດ 51 ເລື່ອງ ໃນນີ້ ຄະດີແພ່ງ 7 ເລື່ອງ ອາຍາ 39 ເລື່ອງ ແລະ ຄອບຄົວ 5 ເລື່ອງ (ທຽບໃສ່ປີຜ່ານມາ ຄະດີຫຼຸດລົງ 18 ເລື່ອງ) ເກີດຂຶ້ນຢູ່ 4 ເມືອງຄື: ເມືອງຫົງສາ 40 ເລື່ອງ ເມືອງເງິນ 6 ເລື່ອງ ເມືອງຊຽງຮ່ອນ 1 ເລື່ອງ ແລະ ເມືອງຄອບ 4 ເລື່ອງ ແກ້ໄຂສຳເລັດແລ້ວ 50 ເລື່ອງ ເທົ່າກັບ 98,03% (ລື່ນຄາດໝາຍຂອງແຜນການທີ່ວາງໄວ້) ແລະ ຍັງຄ້າງ 1 ເລື່ອງ ຄື: ຄະດີແພ່ງ ພ້ອມນີ້ ຍັງໄດ້ສະເໜີຂໍ້ສະດວກ-ຫຍຸ້ງຍາກ ພ້ອມທັງທິດທາງ ແລະ ວິທີການແກ້ໄຂໃນຕໍ່ໜ້າ ຈາກນັ້ນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ໄປເບິ່ງສະຖານທີ່ ທີ່ຈະສ້າງຕັ້ງສຳນັກງານສານປະຊາຊົນເຂດ III (ຫຼັງໃໝ່) ແລະ ຢ້ຽມຊົມທັດສະນີຍະພາບຂອງໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາຢູ່ທີ່ຈຸດຊົມວິວ ອາຄານ ຫົງຄຳໄຊຍະຄານ ອີກດ້ວຍ.

    ໂອກາດທີ່ລົງມາເຄື່ອນໄຫວຢ້ຽມຍາມຄັ້ງນີ້ ບັນດາຄະນະການນໍາຂອງເມືອງຫົງສາ ໄດ້ເຂົ້າຮັບຟັງການໂອ້ລົມຂອງທ່ານ ປອ ນາງ ວຽງທອງ ສີພັນດອນ ທ່ານໄດ້ກ່າວເນັ້ນຫຼາຍບັນຫາສໍາຄັນ ໂດຍສະເພາະ ແມ່ນວຽກງານສານປະຊາຊົນ ເຊັ່ນ: ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ໃຫ້ກໍາແໜ້ນທາດແທ້ ຊົນຊັ້ນ   ແລະ  ຄຸນສົມບັດສິນທໍາປະຕິວັດ  ໄປຄຽງຄູ່ກັບການປະຕິບັດກົດໝາຍ ຕ້ອງເຄົາລົບຈັນຍາບັນ-ຈັນຍາທໍາໃນອາຊີບໃຫ້ເລິກເຊິ່ງ ເພີ່ມທະວີການນໍາພາຂອງພັກ ໃນການຄົ້ນຄວ້າ ພິຈາລະນາຕັດສິນ ພິພາກສາຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ໂດຍມີການກວດກາ ຮັບປະກັນຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ສານ ເອົາໃຈໃສ່ພັດທະນາການຈັດຕັ້ງພັກຢູ່ສານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຮັບປະກັນການກໍ່ສ້າງພັກໃຫ້ໄປຕາມກົດລະບຽບຂອງພັກ ເອົາໃຈໃສ່ຕິດຕາມ ກວດກາ ການປະຕິບັດໜ້າທີ່ຂອງຈ່າສານ ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາຕ້ອງມີມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ການລະເມີດກົດໝາຍ ປະສານງານກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອແກ້ໄຂຄວາມຂັດແຍ່ງຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ.

# ບຸນມີ – ນໍາສະເໜີ

error: Content is protected !!