ພັນລະຍາເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ທ່ຽວຊົມສະຖານທີ່ທ່ອງທ່ຽວ ນວ

    ໃນໂອກາດທີ່ທ່ານນາງ ຟ້າມ ຖີ້ ຮວຽນ ພັນລະຍາສະຫາຍ ດິງ ຕຽນ ຢູງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຕິດຕາມຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ (ນວ) ວັນທີ 3-5 ເມສາ 2022. ວັນທີ 4 ເມສາ 2022 ທ່ານ ນາງ ຟ້າມ ຖີ້ ຮວຽນ ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດຢູ່ ນວ ນໍາໂດຍທ່ານນາງ ພູຄໍາ ຕຸນາລົມ ພັນລະຍາສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ແລະ ທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງ ນວ ພ້ອມຄະນະ ເຊິ່ງການທ່ຽວຊົມຄັ້ງນີ້ ໄດ້ໄປທ່ຽວຊົມ ແລະ ກາບໄຫວ້ບູຊາພິພິທະພັນພະທາດຫຼວງວຽງຈັນ ວັດທາດຫຼວງໃຕ້ ແລະ ຫໍທໍາມະສະພາ ຖືກຕ້ອນຮັບໂດຍທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພ້ອມດ້ວຍການນໍາເມືອງໄຊເສດຖາ ໂດຍໄດ້ຮັບຟັງກ່ຽວກັບປະຫວັດຄວາມເປັນມາ ຄວາມໝາຍຄວາມສໍາຄັນຂອງພະທາດຫຼວງວຽງຈັນ ພ້ອມນັ້ນ ໄດ້ໄປກາບໄຫວ້ ແລະ ສັກກາລະບູຊາຍ່າແມ່ສີເມືອງທີ່ວັດສີເມືອງ ໂດຍມີອໍານາດການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມໃຫ້ການຕ້ອນຮັບ ໂດຍລວມແລ້ວສະຖານທີ່ກ່າວມານັ້ນ ນອກຈາກຈະເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມຂອງ ນວ ແລ້ວ ຍັງເປັນສະຖານທີ່ສັກສິດໜຶ່ງທີ່ປະຊາຊົນລາວບັນດາເຜົ່າໃຫ້ການເຄົາລົບນັບຖື ແລະ ສັກກະລະບູຊາມາແຕ່ບູຮານນະການຈົນເຖິງປັດຈຸບັນ ພ້ອມນັ້ນ ໄດ້ໄປຢ້ຽມຢາມ ແລະ ກາບໄຫວ້ຢູ່ວັດເຟິດຕິກ ວັດນີ້ເປັນສະຖານທີ່ສັກກາລະບູຊາຂອງຊາວຫວຽດນາມທີ່ດໍາລົງຊີວິດຢູ່ ນວ ໄປທ່ຽວຊົມເບິ່ງຂັ້ນຕອນ ແລະ ວິທີການຜະລິດຫັດຖະກໍາເປັນສິນຄ້າ ປະກອບມີ ຫັດຖະກໍາບ້ານຫູກຈອມມະນີ ບ້ານສີສະຫວາດ ເມືອງຈັນທະບູລີ ຖືກຕ້ອນຮັບຈາກທ່ານ ນາງ ສຸປາລະມີ ວົງໄຊ ເຈົ້າຂອງຫັດຖະກໍາບ້ານຫູກຈອມມະນີ ແລະ ໄປທ່ຽວຊົມຫັດຖະກຳຈໍາປາລ້ານຊ້າງ ບ້ານວຽງຈະເລີນ ເມືອງໄຊເສດຖາ ຕື່ມອີກ. 

#  ຂ່າວ – ພາບ : ສະບາໄພ 

error: Content is protected !!