ກຕສ ສຸມໃສ່ຈັດຕັ້ງຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ

    ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄຂຂຶ້ນວັນທີ 4 ເມສາ 2022 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປະລິນຍາເອກ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການ​ສູນ​ກາງ​ພັກ ຮອງປະທານປະເທດແຫ່ງ ສປປ ລາວ ມີບັນດາຄະນະພັກກະຊວງ ຮອງລັດຖະມົນຕີ ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການສູນກາງພັກ ພະນັກງານອາວຸໂສ-ອະດີດການນໍາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກ ເຂົ້າຮ່ວມ.

    ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ດໍາເນີນໂດຍພາຍໃຕ້ຄໍາຂວັນ “ ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕ໋ອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ” ກອງປະຊຸມໃຫຍ່ຄັ້ງນີ້ ບັນດາຜູ້ແທນໄດ້ພ້ອມກັນຕີລາຄາຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງ  ແລະ  ການກໍ່ສ້າງປັບປຸງພາຍໃນຂອງທົ່ວອົງຄະນະພັກ  ຄົ້ນຄ້ວາກຳແໜ້ນບັນດາສາເຫດຂອງຜົນສຳເລັດດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ສາເຫດ ພ້ອມກັບຖອດຖອນບົດຮຽນບົນພື້ນຖານການວິເຄາະໄຈ້ແຍກຈຸດພິເສດສະພາບການດ້ານຕ່າງໆ ເພື່ອເປັນພື້ນຖານພິຈາລະນາຕົກລົງທິດທາງວຽກງານຊຸມປີຕໍ່ໜ້າ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ.

    ສຳລັບແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ແຕ່ປີ 2022 ເຖິງປີ 2025 ເພື່່ອຈັດຕັ້ງຜັນຂະຫຍາຍວິໄສທັດ 20 ປີ ຮອດປີ 2040 ແຜນຍຸດທະສາດ 10 ປີ ຮອດປີ 2030 ແລະ ແຜນການ 5 ປີ ຮອດປີ 2025 ຂອງແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຄະນະພັກກະຊວງ ໄດ້ນຳພາ-ຊີ້ນຳການສ້າງແຜນຈັດຕັ້ງຜັນຂະຫຍາຍ  8  ຍຸດທະສາດ  ແລະ  14 ແຜນງານ ທີ່ໄດ້ກຳນົດໃນແຜນແມ່ບົດດັ່ງກ່າວ  ມາເປັນຈຸດໝາຍລວມຂອງແຜນພັດທະນາ 5 ປີ ຄັ້ງທີ III (2022-2025) ຂອງຂະແໜງການຕົນ  ໂດຍຈະສຸມໃສ່ພັດທະນາ​ເຕັກໂນໂລຊີ ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນໃຫ້ມີຄຸນນະພາບສູງ ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ທີ່ປະຢັດພະລັງງານ ປະຢັດວັດຖຸດິບ ແລະ ເປັນມິດກັບສິ່ງແວດລ້ອມ ເພືື່ອຂັບເຄືື່ອນການພັດທະນາເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສະຫະກໍາ 4.0 ຫັນເປັນລັດຖະບານດິຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດິຈິຕອນ. 

    ພິເສດກອງປະຊຸມໃຫຍ່ ຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາໂດຍກົງຂອງສະຫາຍ ປະລິນຍາເອກ ບຸນທອງ ຈິດມະນີ ກໍາມະການກົມ​ການ​ເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການ​ສູນ​ກາງ​ພັກ ຮອງປະທານປະເທດແຫ່ງ ສປປ ລາວ ເຊິ່ງກອງປະຊຸ່ມໃຫຍ່ຄັ້ງນີ້ແມ່ນຈະໄດ້ດໍາເນີນໄປເປັນເວລາໜຶ່ງວັນເຄິ່ງຈຶ່ງສຳເລັດ.

# ຂ່າວ – ພາບ : ບຸນມີ

error: Content is protected !!