ສປປ ລາວ-ສສ ຫວຽດນາມ ຮັດແໜ້ນຄວາມສາມັກຄີ

    ວັນທີ 4 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ການນໍາຂັ້ນສູງຂອງ ສປປ ລາວ ປະກອບມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແລະ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍສະຫາຍ ດິ່ງ ຕຽນ ຢູງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນວັນທີ 3-5 ເມສາ 2022 ນີ້.

    ໂອກາດນີ້ ການນໍາຂັ້ນສູງຂອງລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ-ສອງລັດກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

    ໃນຕອນທ້າຍ ສະຫາຍ ດິ່ງ ຕຽນ ຢູງ ໄດ້ສະແດງຄວາມຂອບໃຈຕໍ່ການນໍາຂັ້ນສູງຂອງລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ກໍຄືນະຄອນຫຼວງວຽງຈັນໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການເຮັດວຽກຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ ໂດຍສະເພາະ ຜົນສໍາເລັດຂອງການພົບປະລະຫວ່າງສອງນະຄອນ ແລະ ຜົນຂອງການຮ່ວມມືລະຫວ່າງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍໄລຍະປີ 2022-2025 ຕື່ມອີກ.

ຂ່າວ – ພາບ : ຂັນທະວີ

error: Content is protected !!