ຄະນະພັກ ນວ-ຄະນະພັກນະຄອນຫຼວງຮ່າໂນ້ຍ ລົງນາມເຊັນບົດບັນທຶກຮ່ວມມື

    ພາຍຫຼັງສໍາເລັດການການພົບປະ ສອງຝ່າຍຍັງໄດ້ເຊັນບົດບັນທຶກການຮ່ວມມື (MOU) ລະຫວ່າງຄະນະພັກນະຄອນຫຼວງວຽງຈັນ (ນວ) ແລະ ຄະນະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຂຶ້ນວັນທີ 4 ເມສາ 2022 ທີ່ຫ້ອງວ່າການ ນວ ໂດຍການລົງນາມຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ແລະ ສະຫາຍ ດິງ ຕຽນ ຢູງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ມີການນໍາຂັ້ນສູງສອງຝ່າຍ ຕາງໜ້າກະຊວງການຕ່າງປະເທດ ແລະ ທ່ານທູດຫວຽດນາມປະຈໍາລາວເຂົ້າຮ່ວມ.

    ການລົງນາມຮ່ວມມືຄັ້ງນີ້ ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືສອງອົງຄະນະພັກອົງການປົກຄອງ ແລະ ປະຊາຊົນ ນວ ກັບນະຄອນຫຼວງຮ່າໂນ້ຍ ເຊິ່ງທັງສອງຝ່າຍເຫັນດີໃນການລົງນາມບົດບັນທຶກການຮ່ວມມືໄລຍະປີ 2022-2025 ປະກອບມີ ຮ່ວມມືດ້ານການເມືອງ ຕ່າງປະ ເທດ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດຖະກິດ ດ້ານການສຶກສາ-ບຳລຸງສ້າງວັດທະນະທໍາ-ສັງຄົມ ພ້ອມນັ້ນ ຮ່ວມມືລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຄະນະກຳມະການແນວລາວສ້າງຊາດ ນວ ແລະ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນຫຼວງຮ່າໂນ້ຍ ກໍຄືບັນດາການຈັດຕັ້ງການເມືອງ-ສັງຄົມຂອງສອງຝ່າຍຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!