ພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງ ນວ-ນະຄອນຫຼວງຮ່າໂນ້ຍ

    ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍສະຫາຍ ດິງ ຕຽນ ຢູງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ນວ ວັນທີ 3-5 ເມສາ 2022 ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມເວົ້າລວມ ເວົ້າສະເພາະ ນວ ແລະ ນະຄອນຫຼວງຮ່າໂນ້ຍ ພ້ອມນັ້ນ ກໍຍັງນອນຢູ່ໃນບັນຍາກາດທີ່ສອງຊາດລາວ-ຫວຽດນາມ ກຳລັງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ.

    ພິທີພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງຂອງນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນວັນທີ 4 ເມສາ 2022 ທີ່ຫ້ອງວ່າການ ນວ ເຊິ່ງການພົບປະຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ນະຄອນຫຼວງຂອງຕົນໃຫ້ແກ່ກັນຊາບ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການປຶກສາຫາລືກ່ຽວກັບບັນດາຂໍ້ສະດວກ ຂໍ້ຫຍຸ້ງຍາກຂອງການພັດທະນາເສດຖະກິດ-ສັງຄົມທີ່ຍັງຜັນແປ ມີຄວາມຫຍຸ້ງຍາກ ຍ້ອນສະພາບການແຜ່ລະບາດພະຍາດໂຄວິດ-19 ນອກນີ້ ຍັງໄດ້ມີການຕີລາຄາຄືນການຮ່ວມມືຂອງສອງນະຄອນໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າອີກດ້ວຍ.

    ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍມາຢ້ຽມຢາມ ແລະ ເນັດວຽກຢູ່ ນວ ຄັ້ງນີ້ ຍັງໄດ້ເຂົ້າຢ້ຽມຄໍານັບການນໍາຂັ້ນສູງຂອງລາວ ແລະ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນີລະນາມ (ດາວແດງ) ແລະ ຕອນຄໍ່າ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ຈັດງານລ້ຽງພາເຂົ້າສາມັກຄີ ເປັນກຽດໃຫ້ສະຫາຍເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍພ້ອມຄະນະ ທີ່ໂຮງແຮມລາວພລາຊາ ນວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!