ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.038 ຄົນ ເສຍຊີວິດ 3 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 4 ເມສາ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 3 ເມສາ 2022 ໄດ້ກວດວິເຄາະທັງໝົດ 2.384 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.038 ຄົນ (ຕິດເຊື້ອພາຍໃນ 1.021 ຄົນ ແລະ ນໍາເຂົ້າ 17 ຄົນ).

    ຂໍ້ມູນໂດຍຫຍໍ້ ສະເພາະຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 1.021 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຄື:

  • ນະຄອນຫຼວງ 516 ຄົນ
  • ສະຫັວນນະເຂດ 104 ຄົນ
  • ຄໍາມ່ວນ 63 ຄົນ
  • ວຽງຈັນ 60 ຄົນ
  • ໄຊຍະບູລີ 43 ຄົນ
  • ບໍລິຄໍາໄຊ 38 ຄົນ
  • ສາລະວັນ 27 ຄົນ
  • ອຸດົມໄຊ 26 ຄົນ
  • ຫົວພັນ 24 ຄົນ
  • ອັດຕະປື 24 ຄົນ
  • ບໍ່ແກ້ວ 20 ຄົນ
  • ຫຼວງພະບາງ 18 ຄົນ
  • ຊຽງຂວາງ 14 ຄົນ
  • ຜົ້ງສາລີ 13 ຄົນ
  • ໄຊສົມບູນ 13 ຄົນ
  • ເຊກອງ 10 ຄົນ
  • ຈໍາປາສັກ 4 ຄົນ
  • ຫຼວງນໍ້າທາ 4 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ຈາກບໍລິຄຳໄຊ 7 ຄົນ ວຽງຈັນ 4 ຄົນ ນະຄອນຫຼວງ 4 ຄົນ ແລະ ສະຫວັນນະເຂດ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

     ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 184.598 ຄົນ ອອກໂຮງໝໍວັນທີ 3 ເມສາ 2022 426 ຄົນ ກຳລັງປິ່ນປົວ 5.434 ຄົນ ແລະ ເສຍຊີວິດທັງໝົດ 682 ຄົນ (ເສຍຊີວິດໃໝ່ 3 ຄົນ ຈາກ ນະຄອນຫຼວງ 2 ຄົນ ແລະ ສາລະວັນ 1 ຄົນ).

     ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ສ່ວນຈຸດກວດຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນ ພວກເຮົາກໍຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

    ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນ ມີ:

  • ຈຸດທີ 1 ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່)
  • ຈຸດທີ 2 ໂຮງໝໍເມືອງ 9 ຕົວເມືອງ
  • ຈຸດທີ 3 ວັດຈີນ ດົງປ່າແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
  • ຈຸດທີ 4 ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ວັນຈັນ- ພະຫັດ ໃນໂມງລັດຖະການ)
  • ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

    ຂ້າພະເຈົ້າຂໍຊີ້ແຈງອີກວ່າ ຜູ້ທີ່ຈະໄປສັກຢາວັກຊີນເຂັມກະຕຸ້ນ 2 ຫຼື ເຂັມ 4 ຄວນຈະມີເງື່ອນໄຂດັ່ງນີ້:

  • ຜູ້ທີ່ໄດ້ຮັບວັກຊີນ J&J ຫຼື Sputnik light ມາກ່ອນຄົບ 2 ເດືອນຂຶ້ນໄປ ແມ່ນສາມາດໄປສັກຢາວັກຊີນຊະນິດ Astrazeneca ຫຼື Pfizer ເປັນເຂັມກະຕຸ້ນທີ 1 ຫຼື ເຂັມ 3 ໄດ້ ແລະ ຖ້າສັກຄົບເຂັມ 3 ກາຍສາມເດືອນຂຶ້ນໄປ ແມ່ນສາມາດໄປສັກຢາເຂັມ 4 ໄດ້
  • ສ່ວນຜູ້ທີ່ໄດ້ຮັບຢາວັກຊີນຊະນິດ ຊີໂນວັກ ຫຼື ຊີໂນຟາມ ຄົບ 2 ເຂັມໃນໄລຍະ 2 ເດືອນຂຶ້ນໄປ ແມ່ນສາມາດໄປສັກວັກຊີນຊະນິດ Astrazeneca ຫຼື Pfizer ເປັນເຂັມກະຕຸ້ນທີ 1 ຫຼື ເຂັມ 3 ໄດ້ ແລະ ຖ້າສັກຄົບເຂັມ 3 ກາຍສາມເດືອນຂຶ້ນໄປ ແມ່ນສາມາດໄປສັກຢາເຂັມ 4 ໄດ້
  • ຂະນະທີ່ຜູ້ທີ່ໄດ້ຮັບວັກຊີນຊະນິດ Sputnik V Astrazeneca ຫຼື Pfizer ຄົບ 2 ເຂັມໃນໄລຍະ 2 ເດືອນຂຶ້ນໄປ ແມ່ນສາມາດໄປສັກວັກຊີນຊະນິດ Astrazeneca ຫຼື Pfizer ເປັນເຂັມກະຕຸ້ນທີ 1 ຫຼື ເຂັມ 3 ໄດ້ ແລະ ຖ້າສັກຄົບເຂັມ 3 ກາຍສາມເດືອນຂຶ້ນໄປແມ່ນສາມາດໄປສັກຢາເຂັມ 4 ໄດ້.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!