ຖວທ ນວ ສຸມໃສ່ຫຼາຍວຽກງານທີ່ຕິດພັນກັບການທ່ອງທ່ຽວ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ປະຈຳໄຕມາດ I ປີ 2022 ຈັດຂຶ້ນວັນທີ 4 ເມສາ 2022 ທີ່ພະແນກ ຖວທ ນວ ເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີຮອງຫົວໜ້າພະແນກ ຫ້ອງການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ສຸພາພອນ ລັດສະໝີ ຫົວໜ້າຫ້ອງການບໍລິຫານ ພະແນກ ຖວທ ນວ ໄດ້ຜ່ານບົດສະຫຼຸບການຈັດການຈັດຕັ້ງປະຕິບັດວຽກງານ ຖວທ ນວ ປະຈຳໄຕມາດທີ I ບາງຕອນວ່າ ຄະນະພັກ ຄະນະພະແນກ ໄດ້ມີຄວາມເປັນເຈົ້າການສູງຕໍ່ໜ້າທີ່ຄວາມຮັບຜິດຊອບໃນການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ໃນການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ມອບໃບຢັ້ງຢືນຄອບຄົວວັດທະນະທໍາ 316 ຄອບຄົວ ເທົ່າກັບ 15,8% ຂອງແຜນ (ປີ 2022 ໃຫ້ໄດ້ 2000 ຄອບຄົວ) ສຳເລັດການສັງລວມ ຄວາມຕ້ອງການປະເພດເຄື່ອງດົນຕີເພື່ອນຳໃຊ້ເຂົ້າໃນວຽກງານຟື້ນຟູສົ່ງເສີມສິລະປະໃຫ້ມີຄວາມຍືນຍົງ ແລະ ເປັນຂະບວນຟົດຟື້ນ ກວດກາຫົວໜ່ວຍທຸລະກິດທາງດ້ານວັດທະນະທຳທີ່ມາຂໍອະນຸຍາດສ້າງຕັ້ງໄດ້ 5 ຫົວໜ່ວຍ ແລະ ກວດຜ່ານເນື້ອໃນບົດເພງໄດ້ 3 ບົດເພງ ສຳເລັດການສົ່ງເອກະສານກະກຽມປະເມີນສວນວັດທະນະທຳຊຽງຄວນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໃຫ້ຫ້ອງການ ຖວທ ເມືອງ ອອກອະນຸຍາດດຳເນີນທຸລະກິດດ້ານວັດທະນະທຳ ອອກໃໝ່ 3 ຫົວໜ່ວຍ ຂໍຕໍ່ອະນຸຍາດ 20 ຫົວໜ່ວຍ ສັງລວມສະຖິຕິນັກທ່ອງທ່ຽວທີ່ໄດ້ຈາກໂຮງແຮມ ເຮືອນພັກ ແລະ ດ່ານສາກົນ ແຕ່ເດືອນມັງກອນ ຫາ ກຸມພາ ມີນັກທ່ອງທ່ຽວເຂົ້າມາ 6.694 ເທື່ອຄົນ ອອກອະນຸຍາດສ້າງຕັ້ງບໍລິສັດທ່ຽວ 9 ບໍລິສັດ ອະນຸຍາດສືບຕໍ່ດຳເນີນທຸລະກິດທ່ອງທ່ຽວ 17 ຫົວໜ່ວຍ ອອກເອກະສານຢັ້ງຢືນຂໍປິດ ໂຈະກິດຈະການ ແລະ ປະກັນສັງຄົມ 3 ຫົວໜ່ວຍທຸລະກິດ ລົງແກ້ໄຂວຽກງານປາກົດການຫຍໍ້ທໍ້ຢູ່ບັນດາເມືອງຕ່າງໆໃນ ນວ. ພ້ອມກັນນັ້ນ ກໍໄດ້ກຳນົດທິດທາງຈຸດສຸມໃນຕໍ່ໜ້າເຊັ່ນ ອອກອະນຸຍາດ ຫົວໜ່ວຍທຸລະກິດວັດທະນະທຳທີ່ມາຂໍຕໍ່ອະນຸຍາດດໍາເນີນທຸລະກິດໃຫ້ໄດ້ 25 ຫົວໜ່ວຍ ສືບຕໍ່ຕິດຕາມລົງສໍາຫຼວດເກັບກໍາຂໍ້ມູນເພື່ອອອກແບບ ແລະ ສຶກສາຄວາມເປັນໄປໄດ້ໂຄງການພັດທະນາເຂດແຄມຂອງ (ແຕ່ຮ້ານອາຫານມູນເດີໄນ ບ້ານຂຸນຕາທ່າ) ຕິດຕາມລົງສໍາຫຼວດ ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໂຄງການພັດທະນາພັກລຸ່ມຕະຝັ່ງກັນເຈື່ອນແມ່ນໍ້າຂອງ (ແຕ່ສະຖານີດູດນໍ້າຊົນລະປະທານເກົ້າລ້ຽວ ບ້ານດ່ານຄໍາ ຫາ ໂຮງງານຜະລິດນໍ້າປະປາ ບ້ານສີບຸນເຮືອງທ່າ ເມືອງສີໂຄດຕະບອງ ຊຸກຍູ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ເຊັ່ນ ບໍລິສັດທ່ອງທ່ຽວ ໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ຫ້ອງບັນເທີງຄາຣາໂອເກະ ໃຫ້ມາສືບຕໍ່ອອກອະນຸຍາດປະຈຳປີເປັນປົກກະຕິ ກະກຽມປະສານສົມທົບກັບຄະນະປະເມີນ Laosafe ໃນການລົງປະເມີນສະຖານທີ່ປະກອບການ ສະຖານທີ່ພັກແຮມຢູ່ນະຄອນຫຼວງພະບາງ ແລະ ນວ ກະກຽມການຄັດເລືອກ ຈັດບູລິມະສິດແຫຼ່ງທ່ອງທ່ຽວສຳລັບການສຳຫຼວດ ຈັດສັນກຳນົດຂອບເຂດ ປັກຫຼັກໝາຍ ແລະ ອອກໃບຢັ້ງຢືນຂອບເຂດແຫຼ່ງທ່ອງທ່ຽວຕ່າງໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!