ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ຢ້ຽມຢາມ ນວ

    ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍສະຫາຍ ດິງ ຕຽນ ຢູງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 3-5 ເມສາ 2022 ພາຍຫຼັງເດີນທາງເຖິງນະຄອນຫຼວງວຽງຈັນວັນທີ 3 ເມສາ 2022 ອອກຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໂດຍສະຫາຍ ພູວົງ ວົງຄໍາຊາວ ຄະນະປະຈໍາພັກ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ພ້ອມດ້ວຍການນໍານະຄອນຫຼວງວຽງຈັນ.

    ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍຄັ້ງນີ້ ເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານສະຫວ່າງສອງພັກສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ພ້ອມນັ້ນ ກໍຍັງຢູ່ໃນບັນຍາກາດທີ່ສອງຊາດລາວ-ຫວຽດນາມ ກໍາລັງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມຄົບຮອບ 45 ປີ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!