ວັນນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຈໍານວນ 6 ຄົນ

    ອີງຕາມການລາຍງານຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ປະຈໍາວັນທີ 3 ເມສາ 2022 ໃຫ້ຮູ້ວ່າ: ວັນທີ 2 ເມສາ ໄດ້ກວດວິເຄາະທັງໝົດ 3.675 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 1.593 ຄົນ ໃນນີ້ຕິດເຊື້ອພາຍໃນ 1.557 ຄົນຄື: 

  • ນະຄອນຫຼວງ 737 ຄົນ 
  • ສະຫວັນນະເຂດ 110 ຄົນ 
  • ຊຽງຂວາງ 106 ຄົນ 
  • ວຽງຈັນ 89 ຄົນ 
  • ຄຳມ່ວນ 69 ຄົນ 
  • ຫົວພັນ 66 ຄົນ 
  • ຫຼວງພະບາງ 57 ຄົນ 
  • ໄຊຍະບູລີ 57 ຄົນ 
  • ອັດຕະປື 55 ຄົນ 
  • ອຸດົມໄຊ 41 ຄົນ 
  • ສາລະວັນ 38​ ຄົນ 
  • ບໍລິຄຳໄຊ 32 ຄົນ 
  • ເຊກອງ 28 ຄົນ 
  • ບໍ່ແກ້ວ 18 ຄົນ 
  • ຫຼວງນ້ຳທາ 18 ຄົນ 
  • ຈຳປາສັກ 16 ຄົນ 
  • ໄຊສົມບູນ 13 ຄົນ 
  • ຜົ້ງສາລີ 7 ຄົນ 

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 36 ຄົນ ຈາກຈຳປາສັກ 19 ຄົນ ນະຄອນຫຼວງ 7​ ຄົນ ຄຳມ່ວນ 7 ຄົນ ສະຫວັນນະເຂດ 1 ຄົນ ບໍລິຄຳໄຊ 1​ຄົນ ແລະ ຫົວພັນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. 

    ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 183.560 ຄົນ ອອກໂຮງໝໍ 326 ຄົນ ກຳລັງປິ່ນປົວ 5.960 ຄົນ ແລະ ເສຍຊີວິດທັງໝົດ 679 ຄົນ (ເສຍຊີວິດໃໝ່ 6 ຄົນ ຈາກ ນະຄອນຫຼວງ 2 ຄົນ ຊຽງຂວາງ 1 ຄົນ ຫຼວງພະບາງ 1 ຄົນ ສະຫວັນນະເຂດ 1 ຄົນ ແລະ ສາລະວັນ 1 ຄົນ).

# ຂ່າວ – ພາບ : ຂັນທະວີ

error: Content is protected !!