ໃຫ້ຄວາມຮູ້ກ່ຽວກັບການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ກັບສື່ມວນຊົນ

    ສູນສື່ສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ສົມທົບກັບແຜນງານສັກຢາກັນພະ ຍາດແຫ່ງຊາດ ກົມສື່ສານມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອົງການອຸຍນີ ເຊັບ ແລະ ອົງການອະນາໄມໂລກ ໄດ້ຈັດເວທີສົນທະນາ ກັບສື່ມ່ວນຊົນ ກ່ຽວກັບການສັກວັກຊີນ ປ້ອງກັນ ພະຍາດ ໂຄວິດ-19 ຂຶ້ນວັນທີ 1 ເມສາ 2022 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງ ຈັນ ໂດຍມີທ່ານ ດຣ ນາງ ຈັນໄສ ປະທຳມະວົງ ຮອງຫົວໜ້າແຜນງານສັກຢາກັນພະຍາດແຫ່ງຊາດ ກະ ຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸ ຂະພາບ ທ່ານ ສຈ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະ ພາບ ທ່ານຫົວໜ້າທີມປ້ອງກັນພະຍາດດ້ວຍວັກຊີນ ແລະ ການສັກຢາກັນພະຍາດ ອົງການອະນາໄມໂລກ ຊ່ຽວຊານອາວຸໂສ ດ້ານໂພສະນາການ ອົງການອຸຍນີເຊັບ ຊ່ຽວຊານນັກວິເຄາະແຜນງານ ສຸຂະພາບຈະ ເລີນພັນ ອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນ ແລະ ສື່ມວນຊົນເຂົາຮ່ວມ.

    ການສົນທະນາຈະສຸມໃສ່ ຫົວຂໍ້ທີ່ສຳຄັນເປັນຕົ້ນ ສະພາບການລະບາດຂອງພະຍາດ ໂຄວິດ-19 ແລະ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ ຄວາມປອດໄພ ແລະ ປະສິດທິຜົນຂອງວັກຊີນປ້ອງກັນພະຍາດ ໂຄວິດ-19 (ລວມມີປະເພດຂອງວັກຊີນ ແລະ ເຊຶ້ອໂຄວິດ-19 ສາຍພັນຕ່າງໆ) ຍຸດທະສາດຂອງ ສປປ ລາວ ໃນການຈັດບູລິມະສິດ ເພື່ອປົກປ້ອງປະຊາກອນທີ່ມີຄວາມສ່ຽງ ການໃຫ້ບໍລິການທີ່ຈໍາເປັນ ແລະ ຊ່ວຍເຫຼືອສັງຄົມໃຫ້ດີຂຶ້ນ ການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ແມ່ຍິງຖື  ພາ ແລະ ແມ່ລູກອ່ອນ ແລະ ຄວາມສໍາຄັນຂອງການສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ທີ່ເໝາະສົມ ເຖິງແມ່ນວ່າຈະສັກຢາວັກຊີນແລ້ວ.

    ຄາດໝາຍຜົນຮັບຂອງການສໍາມະນາໃນຄັ້ງນີ້ ກໍເພື່ອຄວາມເຂົ້າໃຈຢ່າງຈະແຈ້ງຂອງຜູ້ຕາງໜ້າສື່ມວນຊົນ ກ່ຽວກັບການດໍາເນີນການສັກວັກຊີນປ້ອງກັນພະຍາດ ໂວິດ-19 ໂດຍລັດຖະບານແຫ່ງ ສປປ ລາວ ເຊິ່ງລວມມີ ທັງດ້ານເຕັກນິກວິຊາການ ການສະໜອງ ແລະ ການຈັດການ ທີ່ລວມທັງການຈັດຊື້ວັກຊີນໂຄວິດ-19 ເຮັດໃຫ້ສື່ມວນຊົນ ໄດ້ມີຂໍ້ມູນຂ່າວສານທີ່ຖືກຕ້ອງ ແບ່ງປັ້ນຂໍ້ມຸນໃຫ້ກັບປະຊາຊົນ ສ້າງຄວາມໝັ້ນ ໃຈໃຫ້ກັບສັງຄົມ ເພື່ອເຮັດໃຫ້ການສັກຢາວັກຊີນ ປ້ອງກັນພະຍາດເພີ່ມຂຶ້ນ ທຸກຊັ້ນຄົນໄດ້ເຂົ້າເຖິງ ການ ສັກຢາຢ່າງເທົ່າທຽມ ແລະ ທົ່ວເຖິງ.

error: Content is protected !!