ຍີ່​ປຸ່ນ ໃຫ້ການສະໜັບສະໜູນ ແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ມູນ​ຄ່າ 5 ລ້ານ​ໂດ​ລາ

ລາວ-ຍີ່​ປຸ່ນ ລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການສະໜັບສະໜູນເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ລວມມູນຄ່າທັງໝົດ 540 ລ້ານເຢນ (ປະມານ  5 ລ້ານໂດລາສະຫະລັດ).

    ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໜຶ່ງໃນບັນດາໂຄງການທີ່ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ 1 ມີນາ 2022 ຜ່ານມາ ເຊິ່ງເປັນການຢືນຢັນຄືນຄໍາໝາຍໝັ້ນຂອງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ກໍຄືປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດຂອງ ສປປ ລາວ ເວົ້າສະເພາະ ເວົ້າລວມ ກໍແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະ ເປົ້າໝາຍການພັດທະນາແບບຍືນຍົງທີ 18 ທີ່ ສປປ ລາວ ໄດ້ຮັບຮອງເອົາໃນເດືອນກັນຍາ 2016 ກໍຄື “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (Live Safe From UXO)” ເຊິ່ງໂຄງການດັ່ງກ່າວ ເລັ່ງໃສ່ ແລະ ຈັດຕັ້ງປະຕິບັດວຽກງານການເກັບກູ້ລະເບີດບໍ່ທັນແຕກ ໃນ 3 ແຂວງເປົ້າໝາຍ ຄື: ແຂວງສາລະວັນ ແຂວງເຊກອງ ແລະ ແຂວງຈໍາປາສັກ ໂດຍສະເພາະຢູ່ບັນດາເມືອງທີ່ຍັງທຸກຍາກ ເຊິ່ງຈະນໍາໃຊ້ເຂົ້າໃນການຈັດຊື້ວັດຖຸ ອຸປະກອນ ແລະ ພາຫະນະຮັບໃຊ້ສໍາລັບຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ.

    ພິ​ທີ​ລົງ​ນາມ​ເອ​ກະ​ສານ​ດັ່ງ​ກ່າວ ​ມີ​ຂຶ້ນໃນວັນທີ 1 ເມສາ 2022 ທີ່ກະຊວງການຕ່າງປະເທດ ຕາງໜ້າລັດຖະບານແຫ່ງ ສປປ ລາວ ລົງນາມໂດຍທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານແຫ່ງ ປະເທດຍີ່ປຸ່ນ ໂດຍທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກ​ອັກຄະ​ຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

# ຂ່າວ – ພາບ : ສຸລິໂຍ

error: Content is protected !!