ກົມເສນາຮັກ ໄດ້ຮັບຢາປົວພະຍາດໂຄວິດ-19

    ໃນວັນທີ 1 ເມສາ 2022 ບໍລິສັດລາວພັນທະມິດຟາມາຣ ຈໍໍໍາກັດ ໄດ້ນໍາເອົາຢາປົວພະຍາດໂຄວິດ-19 (ໂມນູພີເວຍ Molnupivir) ຈຳນວນ 1.000 ກັບ (1 ກັບມີ 40 ເມັດ) ລວມມູນຄ່າ 300 ລ້ານກີບ ມາມອບໃຫ້ກົມເສນາຮັກ ກົມໃຫຍ່ພາລາທິການກອງທັບ ກະຊວງປ້ອງກັນປະເທດ ຕາງໜ້າມອບໂດຍທ່ານ ຫຼີວ ລິນຊານ (Liu Lin Shan) ຮອງຜູ້ບໍລິຫານບໍລິສັດລາວພັນທະມິດຟາມາຣ ຈໍາກັດ ແລະ ຕາງໜ້າຮັບໂດຍ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດລາວພັນທະມິດຟາມາຣ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາຢາດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ຫຼຸດລົງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ ພ້ອມນັ້ນ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຍັງໄດ້ຢືນຢັນວ່າ: ຈະນຳເອົາຢາຈຳນວນດັ່ງກ່າວ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໄປປິ່ນປົວ ແຈກຢາຍໃຫ້ຄອບຄົວ ຫຼື ພະນັກງານ ພາຍໃນກອງທັບປະຊາຊົນລາວ ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ນຳໄປແຈກຢາຍໃຫ້ປະຊາຊົນຜູ້ຕິດພະຍາດໂຄວິດ-19 ຢູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ.

# ຂ່າວ – ພາບ : ບຸນມີ

error: Content is protected !!