ສັນຍາຮັບເໝົາໂຄງການກໍ່ສ້າງ ​ສ້ອມ​ແປງເສັ້ນທາງຮ່ອມ​ບ້ານ​ເມືອງ​ຫານ

    ວັນທີ 31 ມີນາ 2022 ຜ່ານມາ ທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງ ຮ່ອມບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ລະຫວ່າງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ (ເຈົ້າຂອງໂຄງການ) ແລະ ບໍລິສັດວິໄຣພອນ 1818 ຮັບເໝົາ ກໍ່ສ້າງຂົວທາງ ເຄຫາສະຖານ ແລະ ຊົນລະປະທານຈຳກັດຜູ້ດຽວ ມີທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ຕາງໜ້າຜູ້ຮັບເໝົາໂຄງການກໍ່ສ້າງ ສ້ອມແປງເສັ້ນທາງ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ການສັນຍາຮັບເໝົາໂຄງການກໍ່ສ້າງໃນຄັ້ງນີ້   ຜູ້ເຂົ້າຮ່ວມໄດ້ຮັບຟັງຂັ້ນຕອນໃນການກໍ່ສ້າງໂຄງການ  ຜູ້ຮັບເໝົາຈະຕ້ອງໄດ້ປະຕິບັດຕາມສັນຍາ ຕາມມາດຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ  ກ່ອນການນຳເຂົ້າອຸປະກອນ ແລະ ສິ່ງປະກອບການກໍ່ສ້າງໃນດ້ານຕ່າງໆ ຜູ້ຮັບເໝົາກໍ່ສ້າງ ຕ້ອງນຳສະເໜີລາຍການ ແລະ ຈໍານວນວັດຖຸອຸປະກອນແຕ່ລະປະເພດໃຫ້ເຈົ້າຂອງໂຄງການກວດກາ ແລະ ຄະນະກຳມະການລົງກວດກາເບິ່ງເສຍກ່ອນ ຈຶ່ງສາມາດນຳໄປຈັດຕັ້ງປະຕິບັດໄດ້ ພ້ອມນັ້ນ ຍັງໄດ້ຮັບຟັງມາດຕາຕ່າງໆ ຂັ້ນຕອນໄລຍະດໍາເນີນການກໍ່ສ້າງ ການກຳນົດໄລຍະເວລາ ສິດ ແລະ ໜ້າທີ່ຂອງຄະນະຮັບຜິດຊອບໂຄງການ  ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງໃນການຄຸ້ມຄອງ ຕິດຕາມ ຊຸກຍູ້ໃນການຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບເປົ້າໝາຍ ແຜນດຳເນີນງານ ແລະ ທັນກັບກຳນົດເວລາ ເຊິ່ງການ​​ສ້ອມ​ແປງເສັ້ນທາງຮ່ອມ​  ບ້ານ​ເມືອງ​ຫານ ມີລວງຍາວ 2.102 ແມັດ ກວ້າງ 5 ແມັດ ປະກອບມີໜ້າວຽກດັ່ງນີ້: ຮື້ຖອນໂຄງສ້າງ ແລະ ສິ່ງກິດຂວາງຕ່າງໆ ຕິດຕັ້ງປ້າຍເຕືອນ ແລະ ສ້ອມແປງທາງເວັ້ນ ຍົກຍ້າຍ ແລະ ຕິດຕັ້ງໄຟຟ້າ ນໍ້າປະປາ ວຽກງານອະນາໄມ ແລະ ວຽກດິນ ລວມມູນຄ່າທັງໝົດ  1,4 ຕື້ກີບ ການກໍ່ສ້າງແມ່ນຈະໄດ້ລົງມືຈັດຕັ້ງປະຕິບັດແຕ່ ວັນທີ 1 ເມສາ 2022 ຫາ ວັນທີ 1 ທັນວາ 2022 ກຳນົດເວລາ 8 ເດືອນ.

    ພ້ອມນັ້ນ ທັງສອງໄດ້ເຊັນບົດບັນທຶກຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນດີ ຮັບປະກັນທາງດ້ານຄຸນນະພາບ ແລະ ສຳເລັດຕາມກຳນົດເວລາ. 

    ໂອກາດນີ້ ທ່ານ ຈັນເພັງ ອູ່ທອງຄໍາ ໄດ້ໃຫ້ເຈົ້າຂອງໂຄງການ ແລະ  ຜູ້ຮັບເໝົາໂຄງການ ປະຕິບັດໂຄງການໄປຕາມມາດຖານເຕັກນິກ ແລະ ກຳນົດເວລາໃນສັນຍາ ຄຳແນະນຳຂອງເຈົ້າຂອງໂຄງການ ຄະນະຮັບຜິດຊອບ ປົກປັກຮັກສາພາຫະນະ ວັດຖຸອຸປະກອນ ຫ້າມຜູ້ຮັບເໝົາຖ່ວງດຶງ ແກ່ຍາວເວລາໃນການຈັດຕັ້ງປະຕິບັດ ຫ້າມຂາຍໂຄງການໃຫ້ບຸກຄົນ ຫຼື ນິຕິບຸກຄົນໂດຍທີ່ບໍ່ໄດ້ຮັບອະນຸຍາດ ປະຕິບັດຕາມລະບຽບການ ໃຫ້ມີຜົນສັກສິດນັບແຕ່ຄູ່ສັນຍາໄດ້ຮ່ວມລົງລາຍເຊັນເປັນຕົ້ນໄປ. 

      (ໂຄງການດັ່ງກ່າວໃຫ້ການສະໜັບສະໜູນໂດຍ ບໍລິສັດໄຟຟ້າພະລັງຄວາມຮ້ອນຫົງສາ ຈໍາກັດ)

error: Content is protected !!