ໂດຍໄດ້ຮັບການຜູ້ອຸປະຖໍາຈາກຄອບຄົວນາງ ນາລີ ສີສຸລິດ ບ້ານທ່າລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 1 ເມສາ 2022 ພະອາຈານ ບຸນຍາດ ຄໍາພູ ພະອຸປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ລົງໄປທຳກິດຈະກຳເລົ່າສິນທຳຄວບຄຸມຢາເສບຕິດ ທີ່ໂຮງຮຽນມັດທະຍົມສວນມອນ ເມືອງສີສັດຕະນາກ ມີນັກຮຽນເຂົ້າຮ່ວມ 130.ຄົນ.

ຈຸດປະສົງການຈັດກິດຈະກໍາຄັ້ງນີ້ ເພື່ອປູກຈິດສໍານຶກໃຫ້ນັກຮຽນຮູ້ໂທດຂອງຢາສູບ ຄວາມອັນອັນຕະລາຍຂອງຢາເສບຕິດ ມີ: ມີຢາມ້າ ກັນຊາ ເຮໂລອີນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ.

.
# ຂ່າວ – ພາບ : ຂັນທະວີ