ການປະຕິສັງຂອນພະທາດຖິ່ນຊ້ອຍມີຄວາມຄືບໜ້າ

   ການປະຕິສັງຂອນພະທາດຖິ່ນຊ້ອຍມີຄວາມຄືບໜ້າ ບ້ານ ແລະ ເມືອງ ປາກງື່ມ ນວ ຖືກຕ້ອນຮັບໂດຍທ່ານ ຄໍາໜູນ ຕຽງທະລາດ ເຈົ້າເມືອງປາກງື່ມ ຫົວໜ້າຄະນະຮັບຜິດຊອບໂຄງການປະຕິສັງຂອນພະທາດຖິ່ນຊ້ອຍ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ບໍລິສັດຮັບເໝົາກໍ່ສ້າງ ແລະ ອໍານາດການປົກຄອງບ້ານ.

    ໂອກາດນີ້ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຮອງຫົວໜ້າຄະນະຮັບຜິດຊອບໂຄງການປະຕິສັງຂອນພະທາດຖິ່ນຊ້ອຍ ແລະ ທ່ານ ບຸນມີ ສອນມີໄຊ ອໍານວຍການບໍລິສັດພູນມີຊັບກໍ່ສ້າງ ຈໍາກັດ ໄດ້ລາຍງານຄວາມຄືບໜ້າໂຄງການດັ່ງກ່າວວ່າ: ໂດຍອີງຕາມສັນຍາຮັບເໝົາໂຄງການປະຕິສັງຂອນພະທາດຖິ່ນຊ້ອຍ ແມ່ນມີມູນຄ່າ 1,34 ຕື້ກີບ ໃນນັ້ນ ມີ 3 ໜ້າວຽກໃຫຍ່ທີ່ຕ້ອງຈັດຕັ້ງປະຕິບັດຄື: ວຽກອະນາໄມ ວຽກບູລະນະປະຕິສັງຂອນອົງພະທາດ ແລະ ວຽກທາສີ ເຊິ່ງແມ່ນບໍລິສັດ ພູນມີຊັບ ກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ ເລີ່ມປະຕິບັດມາແຕ່ທ້າຍເດືອນຕຸລາ 2021 ມາຮອດປັດຈຸບັນການປະຕິສັງຂອນຕົວອົງພະທາດຄືບໜ້າ 80% ແລະ ໜ້າວຽກຕີນພະທາດຄືບໜ້າ 70% ຄາດວ່າຈະໃຫ້ສໍາເລັດກ່ອນງານບຸນເຂົ້າພັນສາປີ 2022 ສໍາລັບວັດຖຸທີ່ມານໍາໃຊ້ໃນການບູລະນະ ເປັນວັດຖຸແບບບູຮານ ເປັນຕົ້ນ ກາວໜັງຄວາຍ ຢາງບົງ ປູນຂາວ ນໍ້າອ້ອຍ ເຂົ້າໜຽວ ແລະ ອື່ນໆ ໂດຍລວມແລ້ວ ການບູລະນະໄດ້ຮັກສາແບບດັ່ງເດີມ ມີແຕ່ໂບກທາສີຂາວ ຕິດບົວໃສ່ແຕ່ລະຈຸດໃຫ້ມີຄວາມໂດດເດັ່ນເປັນເອກະລັກສະເພາະຄືກັບພະເຈົ້າໄຊເສດຖາສ້າງຂຶ້ນໃໝ່ໃນປີ 1570 ແລະ ຜົນສໍາເລັດດ່ັງກ່າວ ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະຮັບຜິດຊອບໂຄງການ ເປັນຕົ້ນ ເມືອງປາກງື່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ພະແນກແຜນການ ແລະ ການລົງທຶນ ນວ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສ່ວນຂໍ້ຫຍຸ້ງຍາກ ໂຄງການບໍ່ໄດ້ນໍາໃຊ້ວັດຖຸທີ່ທັນສະໄໝ ການກໍ່ສ້າງແຕ່ລະໜ້າວຽກຕ້ອງມີຄວາມລະອ່ອນ ປະຕິບັດຕາມແບບຕາມເຕັກນິກທີ່ຄະນະກໍາມະການໄດ້ຕົກລົງຮັບຮອງ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!