ຊຸກຍູ້ຂະບວນການສັກວັກຊີນຢູ່ຈຸດບໍລິການວັດຈີນ

   ວັນທີ 1 ເມສາ 2022 ທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ວິວ ນັນເກີ ວີສ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳອາຊຽນ ແລະ ທ່ານ ນາງ ບີວເຕ ດັດສະເທວ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ຂະບວນການຊັກວັກຊີນກັນພະຍາດໂຄວິດ-19 ຢູ່ຈຸດບໍລິການມູນນິທິຈີນ (ວັດຈີນ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວໃຫ້ບັນລຸເປົ້າໝາຍ.

    ໂອກາດນີ້ ທ່ານ ດຣ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານວ່າ: ການເຄື່ອນໄຫວການໃຫ້ວັກຊີນກັນພະຍາດຢູ່ຈຸດບໍລິການວັດຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນພືດສະພາ 2021 ເປັນຕົ້ນມາ ຄື: ໄລຍະວັນທີ 19 ພຶດສະພາ-18 ມິຖຸນາ 2021 ຫ້ອງການສາທາລະນະສຸກເມືອງຈັນທະບູລີ ໄດ້ປະສານສົມທົບກັບທາງສະມາຄົມຈີນ ເປີດຈຸດບໍລິການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ສະຖານທີ່ດັ່ງກ່າວ ເພື່ອຫຼຸດຜ່ອນຄວາມແອອັດໃນການມາຮັບວັກຊີນກັນພະຍາດໂຄວິດ-19 ຂອງຫ້ອງການສາທາລະນະສຸກເມືອງ ໂຮງໝໍສູນກາງ ແລະ ຈຸດບໍລິການອື່ນໆ ວັນທີ 23 ມິຖຸນາ-18 ກັນຍາ 2021 ສູນສຸຂະພາບແມ່ ແລະ ເດັກ ພະແນກສາທາລະນະສຸກ ນວ ໄດ້ສົມທົບກັບທາງສະຖາບັນກັນພະຍາດ 108 ກອງທັບ ກະຊວງປ້ອງກັນປະເທດ ແລະ ອາສາສະໝັກກູ້ໄພ ມູນນິທິຈີນ 1628 ເປີດຈຸດບໍລິການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ຈຸດດັ່ງກ່າວ ເພາະໃນໄລຍະນີ້ແມ່ນພະຍາດໂຄວິດ-19 ພວມມີການລະບາດຢ່າງຮຸນແຮງ ເພື່ອເຮັດພໍ່ແມ່ປະຊາຊົນເຂົ້າເຖິງຈຸດບໍລິການຫຼາຍຂື້ນ ພ້ອມນັ້ນ ພັກ ແລະ ລັດກໍໄດ້ເອົາໃຈໃສ່ເພີ່ມທະວີການໃຫ້ວັກຊີນຢູ່ຈຸດບໍລິການອອກເປັນຫຼາຍຈຸດ  ຮອດວັນທີ  20 ກັນຍາ- 29 ຕຸລາ 2021 ພະແນກສາທາລະນະສຸກ ນວ  ຍັງໄດ້ຮ່ວມກັບນັກສຶກສາພະຍາບານປະລີນຍາຕີ ມາຈາກ ມວສ ອາສາສະໝັກກູ້ໄພມູນນິທິຈີນ 1628 ຮ່ວມກັນເປີດຂະບວນການບໍລິການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ສະຖານທີ່ດັ່ງກ່າວຕື່ມອີກ ຍ້ອນມີການຂະຫຍາຍກຸ່ມເປົ້າໝາຍລົງມາ 12-17 ປີ ເຮັດໃຫ້ແຕ່ລະຈຸດບໍລິການຂອງເມືອງ ແລະ ໂຮງໝໍສູນກາງ ແລະ ຈຸດບໍລິການອື່ນໆມີຄວາມແອອັດ ສະນັ້ນ ຈຸດບໍລິການນີ້ ກໍເປັນຈຸດໜື່ງທີ່ເໝາະສົມໃນການເປີດບໍລິການ ບໍ່ວ່າຈະເປັນສະຖານທີ່ທີ່ກວ້າງຂວາງ ມີອາສາສະໝັກກູ້ໄພທີ່ບໍ່ຫວັງຜົນຕອບແທນຈໍານວນຫຼາຍ ມີພາຫະນະຮັບໃຊ້ຢ່າງພຽງພໍ ເປັນຕົ້ນລົດ AMBULAN ລົດຂ້າເຊື້ອ ແລະ ລົດຂົນອຸປະກອນຮັບໃຊ້ອື່ນໆ.

    ນອກນີ້ ໄລຍະຜ່ານມາ ກົມອະນາໄມສົ່ງເສີມສຸຂະພາບ ຍັງໄດ້ຮ່ວມກັບນັກສຶກສາພະຍາບານປະລີນຍາຕີມາຈາກ ມວສ ອາສາສະໝັກກູ້ໄພມູນນິທິຈີນ ຈັດຕັ້ງປະຕິບັດຂະບວນການດັ່ງກ່າວ ໃນວັນທີ 1 ພະຈິກ2021-18 ກຸມພາ 2022  ຢູ່ສະຖານທີ່ແຫ່ງນີ້ ເນື່ອງຈາກມີການລະບາດຮອບໃໝ່ຂອງສາຍພັນເດວຕາ ແລະ ໂອມິຄຣອນ ພ້ອມທັງໄດ້ມີການຂະຫຍາຍກຸ່ມເປົ້າໝາຍລົງ 6-11 ປີ ແລະ ຈຸດບໍລິການນີ້ ຍັງຈະສືບຕໍ່ບໍລິການໄປເລື້ອຍໆຈົນກວ່າຈະມີຄໍາສັ່ງຈາກຂັ້ນເທິງ ເຊິ່ງການບໍລິການພາກເຊົ້າ ເລີ່ມແຕ່ ເວລາ 8:30​-11:30 ພາກບ່າຍ  13:30-15:00 ການບໍລິການ ສາມາດສະເລ່ຍຜູ້ມາຮັບວັກຊີນໄດ້ປະມານ 500-600 ຄົນຕໍ່ມື້  ປັດຈຸບັນ ມີຜູ້ເຂົ້າເຖິງວັກຊີນຢູ່ຈຸດບໍລິການວັດຈີນຢ່າງໜ້ອຍ 1 ໂດສ ຈຳນວນ 47.626 ຄົນ ແລະ ໄດ້ຮັບວັກຊີນຄົບທຸກໂດສທີ່ແນະນຳ 34.029 ຄົນ.

(ນັດ 1,04.2022)

error: Content is protected !!