ເຜີຍແຜ່ການນໍາໃຊ້ລະບົບການເກັບຂີ້ເຫຍື້ອແບບບໍ່ລວມສູນ

    ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບການເກັບຂີ້ເຫຍື້ອແບບບໍ່ລວມສູນ ແລະ ແຈກຢາຍຖັງຂີ້ເຫຍື້ອ ໃຫ້ແກ່ບ້ານແບບຢ່າງ ຈັດຂຶ້ນວັນທີ 1 ເມສາ 2022 ຢູ່ວັດຈອມໄຕ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ໂດຍມີທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ທ່ານ ໂຣວານ ຟາເຊີ ຫົວໜ້າອົງການເຕີບໂຕສີຂຽວໂລກ ປະຈໍາ ສປປ ລາວ ມີບັນດານາຍບ້ານ ບ້ານດົງນາໂຊກໃຕ້ ໜອງບົວທອງເໜືອ ບ້ານປາກທ້າງ ແລະ ຫົວໜ້າໜ່ວຍຂອງບ້ານໂຄງການ ເຂົ້າຮ່ວມ.

    ກອງປະຊຸມໄດ້ມີການນໍາສະເໜີກ່ຽວກັບແຜນການເກັບຂີ້ເຫຍື້ອຮູບແບບໃໝ່ ພ້ອມທັງສະແດງຕາຕະ ລາງການເກັບຂີ້ເຫຍື້ອແຕ່ລະປະເພດ ນໍາສະເໜີການແຈກຢາຍຖັງຂີ້ເຫຍື້ອ ວິທີການນໍາໃຊ້ຖັງຂີ້ເຫຍື້ອ ແລະ ລະບົບການເກັບຂີ້ເຫຍື້ອແບບບໍ່ລວມສູນຢ່າງຖືກວິທີ ນອກຈາກນີ້ ຍັງມີການຫຼິ້ນເກມການແຍກຂີ້ເຫຍື້ອ ເພື່ອແນະນໍາການນໍາໃຊ້ຖັງຢ່າງຖືກວິທີ.

    ໂອກາດນີ້ ທ່ານ ບຸນຈັນ ແກ້ວສີທໍາມະ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ກໍເພື່ອແຈກຢາຍຖັງຂີ້ເຫຍື້ອໃຫ້ແກ່ພໍ່ແມ່ປະຊາຊົນຢູ່ 3 ບ້ານທົດລອງດັ່ງກ່າວ ຄອບຄົວລະ 2 ຖັງ (ຖັງໃສ່ຂີ້ເຫຍື້ອປຽກ ແລະ ຂີ້ເຫຍື້ອແຫ້ງ) ພ້ອມທັງໄດ້ແນະນໍາເອົາຂີ້ເຫຍື້ອໃສ່ຖັງໃຫ້ຖືກວິທີ ແລະ ການມາເອົາຂີ້ເຫຍື້ອ ພວກເຮົາຈະໄດ້ປ່ຽນມື້ມາເອົາ ເຊິ່ງ 3 ບ້ານດັ່ງກ່າວຈະເປັນບ້ານທົດລອງເພື່ອໃຫ້ເຂົ້າເປັນລະບົບ ເຊິ່ງທຸກຄົວເຮືອນແມ່ນມີສັນຍາການເກັບມ້ຽນຂີ້ເຫຍື້ອ ທັງນີ້ ກໍເພື່ອປະຕິບັດຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃນການປະກອບສ່ວນພັນທະຕໍ່ພັກ-ລັດຂອງພວກເຮົາ ແນວໃດກໍຕາມ ໄລຍະຜ່ານມາ ພວກເຮົາຍັງເຮັດສັນຍາບໍ່ທັນຄຸມໄດ້ໃນພື້ນທີ່ບໍລິການ ສະນັ້ນ ເຮັດໃຫ້ປະຊາຊົນມີຊ່ອງວ່າງເອົາຂີ້ເຫຍື້ອໄປຖີ້ມຊະຊາຍ ດັ່ງນັ້ນ ພວກເຮົາຈຶ່ງຕ້ອງໄດ້ປັບເຂົ້າສູ່ລະບຽບກົດໝາຍ ນໍາເອົາຂີ້ເຫຍື້ອກັບມານໍາໃຊ້ໃຫ້ເກີດປະໂຫຍດ ໂດຍສະເພາະຈະເກັບເອົາຂີ້ເຫຍື້ອປຽກຂອງຄົວເຮືອນເພື່ອເຂົ້າມາຜະລິດເປັນຝຸ່ນບົ່ມ ຢູ່ໂຮງງານຝຸ່ນບົ່ມຊີວະພາບ ສ່ວນຂີ້ເຫຍື້ອແຫ້ງຈະນໍາໄປກໍາຈັດຢູ່ຫຼັກ 32.    

# ຂ່າວ – ພາບ : ສີພອນ

error: Content is protected !!