ສທຄ ມີຜູ້ມາໃຊ້ບໍລິການທາງດ້ານກົດໝາຍກວ່າ 1000 ເລື່ອງ

    ກອງປະຊຸມສະຫຼຸບວຽກງານສະພາທະນາຍຄວາມ (ສທຄ) ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຈັດຂຶ້ນວັນທີ 31 ມີນາ 2022 ຢູ່ກະຊວງຍຸຕິທໍາ ໂດຍເປັນປະທານຂອງທ່ານ ວໍລັດສະໝີ ສຸລິປະພັນ ວ່າການປະທານ ສທຄ ມີທ່ານ ໄພວີ ສີບົວລີພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະປະທານ ສທຄ ແລະ ພາກສ່ວນກ່ຽວຂ້ອງກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນີວັນ ສົມແສງດີ ຮອງປະທານ ສທຄ ກ່າວວ່າ:  1 ປີຜ່ານມາ ສທຄ ໄດ້ສຸມໃສ່ເຂົ້າໃຈການເຄື່ອນໄຫວວຽກງານແຕ່ລະດ້ານ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ ສທຄ ເປັນວຽກງານສຳຄັນຕົ້ນຕໍ ເຮັດໃຫ້ການເຄື່ອນໄຫວວຽກງານທາງດ້ານວິຊາສະເພາະຂອງ ສທຄ  ມີຜົນສຳເລັດ ພ້ອມນັ້ນ ບັນດາທະນາຍຄວາມໃນທົ່ວປະເທດກໍໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄ້ວາ ສຶກສາແລກປ່ຽນປະສົບການເຊິ່ງກັນ ແລະ ກັນລະຫວ່າງທະນາຍຄວາມຜູ້ມີປະສົບການຫຼາຍ ແລະ ຜູ້ຍັງຂາດປະສົບການ ສາມາດຕອບສະໜອງໄດ້ໃຫ້ແກ່ການບໍລິການແກ່ບຸກຄົນ ນິຕິບຸກຄົນ  ແລະ  ສັງຄົມ ໂດຍສະແດງອອກໃນການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການບໍລິການທາງດ້ານກົດໝາຍ ໃນປີ 2021 ທົ່ວປະເທດມີຜູ້ມາໃຊ້ບໍລິການທາງດ້ານກົດໝາຍໃນການເປັນຜູ້ຕາງໜ້າວ່າຄວາມ ຈໍານວນ 1.110 ເລື່ອງ ໃນນີ້ເປັນຄະດີແພ່ງ 596 ເລື່ອງ ແລະ ຄະດີອາຍາ 541 ເລື່ອງ ໄດ້ເອົາໃຈໃສ່ຊ່ວຍເຫຼືອທາງດ້ານກົດໝາຍ ທີ່ໄດ້ຮັບການສະໜັບສະໜູນທຶນຈາກມູນນິທິເອເຊຍ ໃນ 17 ຫ້ອງການຄື: ນະຄອນຫຼວງວຽງຈັນ ແຂວງອຸດົມໄຊ ໄຊຍະບູລີ ຫຼວງພະບາງ ວຽງຈັນ ສະຫວັນນະເຂດ ສາລະວັນ ແລະ ແຂວງຈໍາປາສັກ ໃນນີ້ຈຳນວນ 9 ໜ່ວຍສະພາທະນາຍຄວາມໃນນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງໃຫ້ມີທະນາຍຄວາມປະຈຳຫ້ອງການຊ່ວຍເຫຼືອດ້ານກົດໝາຍແກ່ປະຊາຊົນບໍ່ໄດ້ຂາດຕາມວັນເວລາລັດຖະການ ໂດຍໄດ້ໃຫ້ຄໍາປືກສາກົດໝາຍແກ່ປະຊາຊົນທາງປາກເປົ່າ ແລະ ເປັນລາຍລັກອັກສອນ ແນະນໍາການແກ້ໄຂຂໍ້ຂັດແຍ່ງຕໍ່ກົດໝາຍທີ່ກ່ຽວຂ້ອງ ຊ່ວຍເຫຼືອການຂຽນໜັງສືສະເໜີ ຂຽນຄໍາຮ້ອງ ແລະ ການເຂົ້າເຖິງຂະບວນຍຸທໍາຕ່າງໆ ໂດຍສາມາດໃຫ້ຄໍາປຶກສາດ້ານກົດໝາຍແກ່ປະຊາຊົນໄດ້ 304 ເລື່ອງ 304 ຄົນ ທະນາຍຄວາມໄດ້ຮັບການແຕ່ງຕັ້ງໂດຍໜ້າທີ່ 54 ຄະດີ ແລະ ຊ່ວຍເຫຼືອດ້ານກົດໝາຍຕາມດໍາລັດ ເລກທີ 77/ນຍ ໄດ້ 4 ເລື່ອງ 4 ຄົນ.  

     ສຳລັບທິດທາງແຜນການຕໍ່ໜ້າ ສທຄ ຈະສືບຕໍ່ພັດທະນາ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍທະນາຍຄວາມໃຫ້ເປັນລະບົບຄົບຊຸດ ເປັນເອກະພາບກົມກຽວ ຈະແຈ້ງ ເຊື່ອຖືໄດ້ ເປັນເຈົ້າການໂຄສະນາເຜີຍແຜ່ກົດໝາຍ, ໂດຍສະເພາະກົດໝາຍວ່າດ້ວຍທະນາຍຄວາມ ແລະ ປະສານສົມທົບກັບບັນດາກະຊວງ ອົງການຈັດຕັ້ງໂຄສະນາເຜີຍເເຜ່ກົດໝາຍ ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ການຈັດຕັ້ງ ແລະ ພົນລະເມືອງ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຊົນໄດ້ເຂົ້າເຖິງກົດໝາຍ ແລະ ຍຸຕິທໍາ ເສີມຂະຫຍາຍຄວາມສັກສິດຂອງກົດໝາຍສ້າງທະນາຍຄວາມໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາຊີບ ແລະ ມີຈັນຍາທຳໜັກແໜ້ນ ເພື່ອຮັບໃຊ້ສັງຄົມ ແລະ ປະຊາຊົນໃຫ້ກາຍເປັນທະນາຍຄວາມຂອງປະຊາຊົນຢ່າງແທ້ຈິງ.

   ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການເງິນ ຜ່ານວຽກງານກວດກາປະຈຳປີ 2021 ແລະ ແຜນພັດທະນາ ປີ 2022 ຂອງ ສທຄ ແລະ ຮັບຟັງການໂອ້ລົມຂອງທ່ານ ລັດຖະມົນຕີກະຊວງຍຸຕິທຳ ເພື່ອຊີ້ທິດເຍືອງທາງວຽກງານຂອງ ສທຄ ຕື່ມອີກ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!