ຈົ່ງຍົກສູງຄວາມເປັນເຈົ້າການ ແລະ ມີສ່ວນຮ່ວມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ

    ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຖະແຫຼງຂ່າວເນື່ອງໃນວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 17 ປີ ວັນທີ 1 ເມສາ 2022 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີທ່ານ ນາງ Catherine Phuong ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບທາງໄກ.

     ທ່ານ ປະເດີມພອນ ສົນທະນີ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໃນໂລກຈາກການຖິ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນແຕ່ປີ 1964-1973 ເມື່ອທຽບໃສ່ຈຳນວນປະຊາກອນ ລະເບີດບໍ່ທັນແຕກທີ່ຕົກຄ້າງຈຳນວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ຊີວິດການເປັນຢູ່ຂອງປະຊາຊົນ ເປັນອຸປະສັກຕໍ່ການນຳໃຊ້ທີ່ດິນ ເພື່ອທຳການຜະລິດກະສິກຳ ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປີ 2030.

    ແຕ່ເຖິງຢ່າງໃດກໍຕາມ ຕະຫຼອດໄລຍະຫຼາຍປີຜ່ານມາ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເຫັນໄດ້ມີຄວາມຄືບໜ້າຫຼາຍດ້ານ ເຊິ່ງສະແດງໃຫ້ເຫັນພົ້ນເດັ່ນ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດວ່າດ້ວຍ “ເສັ້ນທາງຄວາມປອດໄພ” ມາຮອດປັດຈຸບັນ ຍຸດທະສາດສະບັບທີ 3 ໄລຍະປີ 2021-2030 ໄດ້ຖືກຮັບຮອງໂດຍພື້ນຖານຈາກລັດຖະບານ ພ້ອມນີ້ ໄດ້ສ້າງຮ່າງດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ປັດຈຸບັນ ຮ່າງດຳລັດສະບັບດັ່ງກ່າວໄດ້ສໍາເລັດໂດຍພື້ນຖານແລ້ວ ແລະ ຈະໄດ້ນໍາສະເໜີລັດຖະບານເພື່ອພິຈາລະນາຮັບຮອງໃນເວລາອັນໃກ້ນີ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈຳນວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຮັດໃຫ້ການນໍາໃຊ້ທີ່ດິນມີຄວາມປອດໄພ ສຳລັບເນື້ອທີ່ກະສິກຳ ແລະ ເນື້ອທີ່ພັດທະນາ ນັບແຕ່ 1996 ເຖິງ 31 ທັນວາ 2021 ໄດ້ກວດກູ້ເນື້ອທີ່ດິນທັງໝົດ 73.400 ກວ່າເຮັກຕາ ໄດ້ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ 1.700.00 ກວ່າໜ່ວຍ ໃນນີ້ລະເບີດລູກຫວ່ານ (ບົມບີ) 990.600 ກວ່າໜ່ວຍ ບົມໃຫຍ່ 4.300 ກວ່າໜ່ວຍ ລະເບີດຝັງດິນ (ມິນ) 2.300 ກວ່າໜ່ວຍ ແລະ ທຳລາຍສຳພາວຸດອື່ນໆ 724.000 ກວ່າໜ່ວຍ ສຳລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ ຕົກຄ້າງແມ່ນສາມາດເຄື່ອນໄຫວໂຄສະນາໄດ້ 3.900 ກວ່າບ້ານ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປີ 2015 ຫາ ປີ 2021 ຈໍານວນ 390 ກວ່າຄົນ ການສຳຫຼວດບໍ່ແມ່ນວິຊາການແຕ່ປີ 2011 ຫາປີ 2021 ຈໍານວນ 2.480 ກ່ວາບ້ານ ການສໍາຫຼວດທາງດ້ານວິຊາການແຕ່ປີ 2010 ປີ 2021 ຈຳນວນ 1.700 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານແຕ່ປີ 2010 – 2021 ຈຳນວນ152.500 ກວ່າເຮັກຕາ.

    ບັນດາຜົນສຳເລັດທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງລັດຖະບານ ທີ່ໃຫ້ການຊີ້ນຳ-ນຳພາ ແລະ ການປະກອບສ່ວນດ້ານທຶນຮອນ ເຕັກນິກ ແລະ ວິຊາການຈາກພາຍໃນ ແລະ ສາກົນ ແຕ່ເຖິງຢ່າງໃດກໍຕາມ ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຍັງຖືເປັນສິ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ດ້ານງົບປະມານ ແລະ ເຕັກນິກວິຊາການທີ່ຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ຈະສືບຕໍ່ຮ່ວມມືກັນໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໂຄງການຮ່ວມມືໃນໄລຍະໃໝ່ນີ້ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2022 ເຊິ່ງຈະເປັນຂີດໝາຍອັນສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ໃຫ້ບັນລຸຜົນເປັນຈິງ.

    ໃນໂອກາດວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກວັນທີ 4 ເມສາ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມເປັນເຈົ້າການ ແລະ ມີສ່ວນຮ່ວມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຂໍຮຽກຮ້ອງມາຍັງປະຊາຄົມໂລກທຸກພາກສ່ວນໃຫ້ການຮ່ວມມື ແລະ ສະໜັບສະໜູນເພື່ອແກ້ໄຂວຽກງານດັ່ງກ່າວ ຫວັງຢ່າງຍິ່ງວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວອີກຕໍ່ໄປໃນອະນາຄົດ ເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດສາມາດດຳລົງຊີວິດຢ່າງປອດໄພຈາກລະເບີດບໍ່ທັນແຕກ ແລະ ປະກອບເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ III” ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 9 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ທີ 18.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!