ມອບ-ຮັບໂຮງຮຽນປະຖົມສົມບູນບ້ານປົ່ງຫວານ

    ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານປົ່ງຫວານ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ເລີ່ມລົງມືການກໍ່ສ້າງແຕ່ວັນທີ 3 ພະຈິກ 2020 ມີ 6 ຫ້ອງຮຽນ ຂະໜາດ 8 x 12 ແມັດ ໂຄງສ້າງເບຕົງເສີມເຫຼັກ ຫຼັງຄາມຸງດ້ວຍແຜ່ນອາລູຊິງ ໂດຍໄດ້ຮັບທຶນສົມທົບລະຫວ່າງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈໍານວນ 300 ລ້ານກີບ ທຶນສົມທົບຈາກທ່ານ ແສງເພັດ ມັກຄະຜົນ ຈຳນວນ 50 ລ້ານກີບ ແລະ ທຶນສົມທົບຂອງປະຊາຊົນບ້ານປົ່ງຫວານ ຈຳານວນ 150 ລ້ານກີບ ລວມມູນຄ່າການກໍ່ສ້າງທັງໝົດ 500 ລ້ານກີບ ມາຮອດວັນທີ 3 ມີນາ 2021 ການກໍ່ສ້າງແມ່ນສຳເລັດ 100% ລວມໄລຍະເວລາການກໍ່ສ້າງ 4 ເດືອນ.

    ພິທີມອບ-ຮັບໂຮງຮຽນຢ່າງເປັນທາງການ ຈັດຂຶ້ນໃນວັນທີ 31 ມີນາ 2022 ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ທ່ານ ຈັນເພັງ ແກ້ວຈັນລາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງໄຊຍະບູລີ ພ້ອມອໍານາດການປົກຄອງບ້ານປົ່ງຫວານ ບ້ານອ້ອມຂ້າງ ຄູ-ອາຈານ ນ້ອງນ້ອຍນັກຮຽນ ແລະ ຂະແໜງການທີ່ກຽ່ວຂອງເມືອງເຂົ້າຮວ່ມ.

    ໃນພິທີ ທ່ານ ຈັນເພັງ ແກ້ວຈັນລາ ໃນນາມຜູ້ໃຫ້ທຶນ ໄດ້ກ່າວມອບໂຄງການດັ່ງກ່າວໃຫ້ອໍານາດການປົກຄອງເມືອງປາກລາຍ ອໍານາດການປົກຄອງບ້ານ ຄູ-ອາຈານເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ ຈາກນັ້ນ ກໍໄດ້ມີການຕັດແຖບຜ້າ ແລະ ຄັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເປີດນໍາໃຊ້ໂຮງຮຽນດັ່ງກ່າວ ໃນພິທີຍັງໄດ້ມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນໃຫ້ກັບບຸກຄົນທີ່ປະກອບສ່ວນລະດົມທຶນກໍ່ສ້າງໂຮງຮຽນດັ່ງກ່າວຢ່າງສົມກຽດ ນອກຈາກນີ້ ທາງພະແນກສຶກສາທິການ ແລະ ກີລາແຂວງ ແລະ ອົງການຈັດຕັ້ງມະຫາຊົນຂອງທະນາຄານທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງໄຊຍະບູລີ ຍັງໄດ້ມອບອຸປະກອນກີລາ ແລະ ອຸປະກອນການຮຽນໃຫ້ກັບໂຮງຮຽນບ້ານປົ່ງຫວານຕຶ່ມອີກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!