ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ປະຈຳວັນທີ 1 ເມສາ 2022 ໃຫ້ຮູ້ວ່າ: ວັນທີ 31 ມີນາ 2022 ໄດ້ກວດວິເຄາະ 5.270 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 2.665 ຄົນ (ຕິດເຊື້ອພາຍໃນ 2,655 ຄົນ ແລະ ນໍາເຂົ້າ 10 ຄົນ) ຂໍ້ມູນໂດຍຫຍໍ້ ສະເພາະຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2.655 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
- ນະຄອນຫຼວງ 1.346 ຄົນ
 - ສະຫວັນນະເຂດ 196 ຄົນ
 - ໄຊຍະບູລີ 173 ຄົນ
 - ວຽງຈັນ 147 ຄົນ
 - ຄຳມ່ວນ 99 ຄົນ
 - ຜົ້ງສາລີ 91 ຄົນ
 - ຫຼວງພະບາງ 87 ຄົນ
 - ອັດຕະປື 80 ຄົນ
 - ອຸດົມໄຊ 74 ຄົນ
 - ບໍລິຄຳໄຊ 69 ຄົນ
 - ໄຊສົມບູນ 61 ຄົນ
 - ສາລະວັນ 50 ຄົນ
 - ຊຽງຂວາງ 42 ຄົນ
 - ຫົວພັນ 41 ຄົນ
 - ເຊກອງ 40 ຄົນ
 - ບໍ່ແກ້ວ 26 ຄົນ
 - ຫຼວງນ້ຳທາ 19 ຄົນ
 - ຈຳປາສັກ 14 ຄົນ
 
ສໍາລັບການຕິດເຊື້ອນໍາເຂົ້າ ມີ 10 ຄົນ ຈາກ ສະຫວັນນະເຂດ 4 ຄົນ ຄຳມ່ວນ 2 ຄົນ ນະຄອນຫຼວງ 2 ຄົນ ຫົວພັນ 1 ຄົນ ແລະ ຈໍາປາສັກ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 179.563 ຄົນ ອອກໂຮງໝໍວັນຜ່ານມາ 437 ຄົນ ກຳລັງປິ່ນປົວ 6.436 ຄົນ ແລະ ເສຍຊີວິດທັງໝົດ 669 ຄົນ (ເສຍຊີວິດ ໃໝ່ 4 ຄົນ ຈາກ ນະຄອນຫຼວງ 2 ຄົນ ຄຳມ່ວນ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ) ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.