ປກສ ເມືອງປາກງື່ມ ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້

     ກອງບັນຊາການ ປກສ ເມືອງປາກງື່ມ ສະຫຼຸບວຽກງານປະຈໍາໄຕມາດ 1 ແລະ ວາງທິດທາງແຜນການປະຈໍາໄຕມາດ 2 ປີ 2022 ຂຶ້ນ ໃນວັນທີ 31 ມີນາ 2022 ທີ່ສະໂມສອນກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ມີທ່ານນາງ ອາມິນຕາ ສີປະມວນ ຮອງເຈົ້າເມືອງໆປາກງື່ມ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ພາຍໃນກອງບັນຊາການເຂົ້າຮ່ວມ.

   ກອງປະຊຸມໄດ້ຮັບຟັງຜ່ານບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານໄລຍະ 3 ເດືອນຜ່ານມາປາກົດການຫຍໍ້ທໍ້ໃນສັງຄົມຢູ່ເມືອງປາກງື່ມ ມີບັນດາເປົ້າໝາຍອາຍາເຄື່ອນໄຫວກະທຳຜິດດ້ວຍຫຼາຍຮູບ ແລະ ຫຼາຍເລ່ລ່ຽມທີ່ເລິກແລບແນບນຽນ ມີແບບແຜນການເຄື່ອນໄຫວຫຼອກຕາປະຊາຊົນ ກໍຄືສາຍວິຊາສະເພາະຂອງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງປາກງື່ມ ແຕ່ເຖິງຢ່າງໃດກໍຕາມ ທາງເຈົ້າ ໜ້າທີ່ຕໍາຫຼວດ ປກສ ເມືອງປາກງື່ມ ໄດ້ສຸມໃສ່ທຸກເຫື່ອແຮງ ສະຕິປັນຍາ ເພື່ອແກ້ໄຂປາກົດການຫຍໍ້ທໍ້ຈົນມີຜົນສໍາເລັດຫຼາຍດ້ານເຊັ່ນ: ຄະດີລັກຊັບພົນລະເມືອງ ຄ້າຂາຍຢາເສບຕິດ ຄ້າຂາຍເຖື່ອນ ສໍ້ໂກງຊັບ-ມົ້ວສຸມຢາເສບຕິດ ຈາກສະພາບດັ່ງກ່າວ ໄດ້ສະແດງອອກໃນຕົວເລກຄື: ໃນໄລຍະ 3 ເດືອນຜ່ານມາ ມີຄະດີທີ່ເກີດຂຶ້ນທັງໝົດ: 114 ເລື່ອງ ແກ້ໄຂໄດ້ 18 ເລື່ອງ ກັກຕົວຜູ້ຖືກຫາມີ: 66 ຄົນ ຍິງ 9 ຄົນ ສາມາດລວມຂອງກາງຄະດີປະເພດຕ່າງໆມີ: ຢາບ້າ 2.308 ເມັດ ລົດຈັກ 9 ຄັນ ໂທລະສັບ 17 ໜ່ວຍ ໄມ້ແຕ້ 17 ຕັບ ລົດກາຕຽນ 1 ຄັນ ໂຟນີ 2 ໜ່ວຍ ຈັກສະຕິນ 2 ຫົວ ແລະ ລົດໃຫຍ່ 6 ຄັນ ພ້ອມນີ້ ໄດ້ເອົາໃຈໃສ່ເຮັດວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນນີ້ ເມືອງປາກງື່ມມີ 53 ໝູ່ບ້ານ ມີ 440 ໜ່ວຍ ມີ 11.176 ຄອບຄົວ 13.194 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 58.778 ຄົນ ຍິງ 31.046 ຄົນ ແລະ ມີ ປກສ ກຸ່່ມ 6 ກຸ່ມ ຄຽງຄູ່ກັບດ້ານວຽກງານວິຊາສະເພາະທີ່ກ່າວມາຂ້າງເທິງນັ້ນ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງປາກງື່ມ ຍັງໄດ້ເອົາໃຈໃສ່ເຮັດວຽກງານດ້ານການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດເປັນປົກກະຕິ  ເພື່ອເຮັດໃຫ້ນາຍ   ແລະ   ພົນຕໍາຫຼວດພາຍໃນກອງບັນຊາການດັ່ງກ່າວໜັກແໜ້ນ ເຂັ້ມແຂງທາງດ້ານຄຸນທາດການເມືອງ-ແນວຄິດ ເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ ມີຄຸນສົມບັດສິນທໍາປະຕິວັດ ແລະ ສາມາດເປັນຜູ້ບັນຊາໃນຕໍ່ໜ້າ.

        # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!