ຮ່ວມກັນແກ້ໄຂບັນຫາຢາເສບຕິດຊາຍແດນລາວ-ໄທ ໄທ-ລາວ

    ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອແກ້ໄຂບັນຫາຢາເສບຕິດຊາຍແດນລາວ-ໄທ ໄທ-ລາວ ລະຫວ່າງແຂວງໄຊະບູລີ ກັບກອງກຳລັງຜາເມືອງ ກອງທັບພາກທີ 3 ແລະ 5 ແຂວງພາກເໜືອ ປະເທດໄທ ຄັ້ງທີ l ຈັດຂຶ້ນວັນທີ 31 ມີນາ 2022 ທີ່ຫ້ອງວ່າການປົກຄອງເມືອງປາກລາຍ ແຂວງໄຊຍະ ບູລີ ສປປ ລາວ ໂດຍຄະນະຝ່າຍລາວ ນໍາໂດຍທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນລາວ-ໄທ ແຂວງໄຊຍະບູລີ ແລະ ຄະນະຝ່າຍໄທ ນໍາໂດຍທ່ານ ພົນຕີ ນະຣິດ ຖາວອນວົງ ຜູ້ບັນຊາການກອງກໍາລັງຜາເມືອງ ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນໄທ-ລາວ ພື້ນທີ່ພາກເໜືອຂອງໄທ ມີທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມດ້ວຍຄະນະໜ່ວຍປະສານງານປະຈໍາພື້ນທີ່ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ ໄທ-ລາວ ແລະ ຫົວໜ້າກອງບັນຊາການສອງກໍາລັງ ປກຊ-ປກສ ທັງ 4 ເມືອງໃຕ້ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ນໍາສະເໜີການປະຕິບັດງານໃນປີ 2021 ຜ່ານມາ ແລະ ທິດທາງແຜ່ນການປີ 2022 ປຶກສາຫາລືຮ່ວມກັນອະທິບາຍຊີ້ແຈງບາງເຫດການທີ່ເກີດຂື້ນລຽບຕາມບໍລິເວນຊາຍແດນ ໃຫ້ຄະນະໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນລາວ-ໄທ ໄທ-ລາວ ໄດ້ຮັບຮູ້ ແລະ ຄົ້ນຄວ້າຫາວິທີແກ້ໄຂຮ່ວມກັນ ເພື່ອເປັນການປົກປັກຮັກສາສະຖຽນລະພາບ ຄວາມສະຫົງບ ຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມບໍລິເວນຊາຍແດນແຂວງໄຊຍະບູລີ ເວົ້າລວມ ເວົ້າສະເພາະ ແມ່ນເພື່ອເປັນການຄວບຄຸມສະກັດກັ້ນ ແລະ ປາບປາມ ແກ້ໄຂບັນຫາຢາເສບຕິດລຽບຕາມພື້ນທີ່ຊາຍແດນແຂວງໄຊຍະບູລີ ກັບພື້ນທີ່ພາກເໜືອຂອງໄທ ໃຫ້ມີຄວາມສະຫົງບຄວາມປອດໄພທັງສອງຊາຍແດນຮ່ວມກັນ ທັງສອງຝ່າຍໄດ້ເປັນເຈົ້າການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານກ່ຽວກັບພວກກຸ່ມຄົນຄ້າ-ຂາຍຢາເສບຕິດ ລັກລອບຂ້າມຊາຍແດນແບບຜິດກົດໜາຍ ໃຫ້ເຊິ່ງກັນ ແລະ ກັນຊາບ ທັງອໍານວຍຄວາມສະດວກໃນການໄຕ່ຫາຈັບກຸມ ດໍາເນີນຄະດີຕາມລະບຽບກົດໜາຍຂອງແຕ່ລະປະເທດ ແນໃສ່ເຮັດໃຫ້ຊາຍແດນທັງສອງປະເທດ ມີຄວາມສະຫົງບ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມໃຫ້ມີການລາດຕະເວນຮ່ວມກັນ ເພື່ອປ້ອງກັນ ແລະ ສະ ກັດກັ້ນການເຄື່ອນໄຫວຂອງຂະບວນຄ້າ-ຂາຍຢາເສບຕິດຂ້າມຊາດ ພາຍໃຕ້ອະທິປະໄຕຂອງແຕ່ລະຝ່າຍ ໃນນັ້ນ ຖ້າສອງຝ່າຍມີຄວາມພ້ອມ ແລະ ເຫັນດີຮ່ວມກັນ ຈຶ່ງສາມາດດໍາເນີນການໄດ້.

    ໃນກອງປະຊຸມ ທັງສອງຝ່າຍໄດ້ພ້ອມກັນຮ່ວມລົງນາມເຊັນບົດບັນທຶກຮ່ວມກັນ ໃນການປະຕິບັດງານປີ 2022 ໃຫ້ມີການພົບປະປຶກສາຫາລືຮ່ວມກັນຢ່າງເປັນທາງການ ຂອງໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນລາວ-ໄທ ໄທ-ລາວ ປະຈໍາ 6 ເດືອນຕໍ່ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ບັນຫາອື່ນໆອີກຈໍານວນໜຶ່ງ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!