ກຽມຈັດແຂ່ງຂັນບານເຕະ 3 ປະທະ 3 ທ້າຍອາທິດນີ້

    ພິທີຖະແຫຼງຂ່າວການແຂ່ງຂັນບານເຕະ ທີພລັດ ສະຕີດຟຸດບອນ (TPLUS Street Football) ປະເພດ 3 ປະທະ 3 ຄົນ ຈັດຂຶ້ນວັນທີ 30 ມີນາ 2022 ຢູ່ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍມີທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັນ ຈໍາກັດຜູ້ດຽວ ທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ TPLUS Digital ຈຳກັດຜູ້ດຽວ ພ້ອມດ້ວຍຄະນະຄູເຝິກ ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມ.

    ທ່ານ ເພັດສະຫວັນ ເຄີນວິໄລ ກ່າວວ່າ: ງານແຂ່ງຂັນບານເຕະ TPLUS Street Football ເປັນການຮ່ວມມືກັນລະຫວ່າງ ບໍລີສັດ TPLUS ແລະ ສະໂມສອນບານເຕະ Borussia Dortmund ປະເທດເຢຍລະມັນ ງານດັ່ງກ່າວ ຈະມີຄວາມໝາຍຄວາມສຳຄັນໃນການສົ່ງເສີມ ແລະ ຊຸກຍູ້ວົງການກີລາບານເຕະຂອງລາວ ໃຫ້ມີການພັດທະນາໃຫ້ທຽບເທົ່າລະດັບສາກົນ ພ້ອມກັນນັ້ນ ກໍເປັນການສົ່ງເສີມໃຫ້ໄວໝຸ່ມຂອງລາວເຮົານຳໃຊ້ເວລາໃຫ້ເປັນປະໂຫຍດ ເວົ້າສະເພາະກໍເປັນການສ້າງກິດຈະກຳໃຫ້ກັບລູກຄ້າທີພລັດຂອງພວກເຮົາ ຂ້າພະເຈົ້າເຊື່ອວ່ານັກກີລາບານເຕະລາວ ມີທັກສະ ມີຄວາມສາມາດ ແຕ່ອາດຈະຂາດປັດໄຈທາງດ້ານວິຊາການ ເຄື່ອງອຸປະກອນ ແລະ ທີ່ສຳຄັນ ແມ່ນໂອກາດທີ່ຈະເຮັດໃຫ້ມີເປົ້າໝາຍ ແລະ ແຮງຊຸກດັນ.

    ການແຂ່ງຂັນໃນຄັ້ງ ມີລາງວັນ 3 ປະເພດຄື:

  • ທີມຊະນະເລີດ ຈະໄດ້ຮັບ 10 ລ້ານກີບ
  • ຮອງຊະນະເລີດ 5 ລ້ານກີບ
  • ອັນດັບ 3 ຈະໄດ້ຮັບ 3 ລ້ານກີບ

    ທີ່ສຳຄັນ ສຳລັບນັກກີລາທີ່ເຂົ້າຮ່ວມທຸກທ່ານຈະໄດ້ຮັບເບີງາມ SIM Dortmund ໝົດທຸກທ່ານທີ່ເຂົ້າຮ່ວມ ຂ້າພະເຈົ້າຫວັງຢ່າງຍີ່ງວ່າ ງານ TPLUS Street Football ຈະເປັນບາດກ້າວໜຶ່ງເພື່ອສົ່ງເສີມນັກກີລາ ຫຼື ບຸກຄົນທີ່ມີຈິດໃຈຮັກກີລາບານເຕະ ໄດ້ມີໂອກາດສຳຜັດກັບນັກເຕະບານລະດັບສາກົນ.

    ສໍາລັບລາຍການນີ້ ເປັນຄັ້ງທໍາອິດທີ່ຈັດຂຶ້ນໃນ ສປປ ລາວ ຈະເປັນການແຂ່ງຂັນບານເຕະໃນຮູບແບບຝ່າຍລະ 3 ຄົນ ໃຊ້ເວລາແຂ່ງຂັນ 20 ນາທີ (ຕັ້ງລະ 10 ນາທີ) ເຊິ່ງຈະຈັດຂຶ້ນຢູ່ທີ່ເດີ່ນໜ້າສູນການຄ້າ ວຽງຈັນ ເຊັນເຕີ້ ລະຫວ່າງວັນທີ 2-3 ເມສາ 2022.

# ຂ່າວ – ພາບ :  ສີພອນ

error: Content is protected !!