ມອບຖັງໃສ່ຂີ້ເຫຍື້ອໃຫ້ໂຮງຮຽນ 7 ແຫ່ງ ແລະ ຫ້ອງການຮັກສາສິ່ງແວດລ້ອມ

    ວັນທີ 28 ມີນາ 2022 ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສຶກສາສົມບູນ ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ມອບ-ຮັບ ຖັງໃສ່ຂີ້ເຫຍື້ອຮັກສາສິ່ງແວດລ້ອມ ໃຫ້ໂຮງຮຽນ 7 ແຫ່ງເທສະບານເມືອງ ແລະ 3 ຫ້ອງການ ໂດຍມີທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ທ່ານ ປອ ວົງປະສິດ ຈັນທະຄູນ ຄະນະບໍດີຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຫົວໜ້າຫ້ອງການ ທ່ານຜູ້ອໍານວຍການໂຮງຮຽນມັດທະຍົມ ປະຖົມ ເທສະບານເມືອງ ແລະ ນັກຮຽນເຂົ້າຮ່ວມ.

    ສະເພາະຖັງຂີ້ເຫຍື້ອ 1 ຊຸດ ປະກອບມີ 4 ຖັງ 4 ສີ ແລະ ແຕ່ລະສີນັ້ນ ແມ່ນມີຄວາມແຕກຕ່າງກັນ ຄື: ສີຟ້າ ໃສ່ປະເພດຂີ້ເຫຍື້ອທົ່ວໄປເຊັ່ນ: ເສດເຈ້ຍ ໃບໄມ້ແຫ້ງ ແລະ ອື່ນໆ ສີເຫຼືອງ ໃສ່ປະເພດຂີ້ເຫຍື້ອນໍາມາໃຊ້ຄືນໄດ້ເຊັ່ນ: ຖົງຢາງ ກ໋ອງຢາງປລາສຕິກ ແລະ ອຶ່ນໆ ສີຂຽວ ໃສ່ປະເພດຂີ້ເຫຍື້ອປຽກເຊັ່ນ: ເສດອາຫານ ເສດພືດຜັກ ແລະ ໝາກໄມ້ຕ່າງໆ ສີແດງ ໃສ່ປະເພດຂີ້ເຫຍື້ອອັນຕະລາຍເຊັ່ນ: ເສດເຫຼັກ ແກ້ວ ສານເຄມີ ກ່ອງ ຫຼື ພາຊະນະບັນຈຸສານເຄມີຈາກໂຮງງານ ແລະ ອື່ນໆ.

    ຈຳນວນທີ່ມາມອບຄັ້ງນີ້ ມີ 48 ຖັງ ແລະ ແບ່ງເປັນ 12 ຊຸດ ໃນນັ້ນ ແຈກຢາຍໃຫ້ 10 ສະຖານທີ່ຕ່າງໆໃນເມືອງຄື:​ ໂຮງຮຽນ ມສ ບ້ານເມືອງຫານ 3 ​ຊຸດ ໂຮງຮຽນ ມສ ຫົງສາ 1 ​ຊຸດ ໂຮງຮຽນ ມັດທະຍົມຕົ້ນສົງ 1 ຊຸດ ໂຮງຮຽນ ປະຖົມບ້ານວຽງແກ້ວ 1 ຊຸດ ໂຮງຮຽນປະຖົມນາສ້ານ 1​ ຊຸດໂຮງຮຽນປະຖົມບ້ານເມືອງຫານ 1 ​ຊຸດ ໂຮງຮຽນປະຖົມບ້ານໂພນຈັນ 1 ​ຊຸດ ຫ້ອງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ 1 ຊຸດ ຫ້ອງການສຶກສາທິການ ແລະ ກີລາ 1 ຊຸດ ແລະ ຫ້ອງວ່າການປົກຄອງເມືອງ 1​ຊຸດ.

    ຫຼັງຈາກຕິດຕັ້ງນຳໃຊ້ແລ້ວ ປະມານ 6 ເດືອນທໍາອິດ ຖັງຂີ້ເຫຍື້ອຈະຖືກນໍາໃຊ້ເຂົ້້າໃນກິດຈະກໍາຂອງໂຄງການ ເຊິ່ງຈະມີທີມງານໄປເກັບຂີ້ເຫຍື້ອຕາມສະຖານຕ່າງໆທີ່ໄດ້ຕິດຕັ້ງຖັງ ເພື່ອນຳໄປເຮັດກິດຈະກຳແຍກຂີ້ເຫຍື້ອອອກແຕ່ລະປະເພດໃຫ້ເກີດປະໂຫຍດ ແລະ ປະເມີນປະລິມານການນຳໃຊ້ຂີ້ເຫຍື້ອຂອງຊຸມຊົນຕຶ່ມອີກ.

# ບຸນມີ

error: Content is protected !!