ຫົວເຫວີຍ ໄດ້ເຜີຍແຜ່ບົດລາຍງານປະຈໍາປີ 2021 ວັນທີ 28 ມີນາ 2022 ຢູ່ເມືອງເສິນເຈີນ ສປ ຈີນ ເຊິ່ງບົດລາຍງານດັ່ງກ່າວ ສະແດງໃຫ້ເຫັນວ່າ ການດໍາເນີນງານໂດຍລວມຂອງຫົວເຫວີຍແມ່ນມີຄວາມໝັ້ນຄົງ ລາຍຮັບຈາກການຂາຍທົ່ວໂລກ ບັນລຸ 636,8 ຕື້ຢວນ ກໍາໄລສຸດທິ 113,7 ຕື້ຢວນ ເພີ່ມຂຶ້ນ 75,9% ເພື່ອການປະເຊີນໜ້າກັບສິ່ງທ້າທາຍໃນອະນາຄົດ ຫົວເຫວີຍຈະສືບຕໍ່ເພີ່ມທະວີການລົງທຶນດ້ານການວິໄຈ ແລະ ການພັດທະນາຫຼາຍຂຶ້ນ ໂດຍປີ 2021 ການລົງທຶນດ້ານການວິໄຈ ແລະ ການພັດທະນາ ບັນລຸ 142,7 ຕື້ຢວນ ກວມເອົາ 22,4% ຂອງລາຍຮັບປະຈໍາປີ ຄ່າໃຊ້ຈ່າຍດ້ານການວິໄຈ ແລະ ການພັດທະນາໃນ 10 ປີຜ່ານມາ ຫຼາຍກວ່າ 845 ຕື້ຢວນ.

ທ່ານ ກົວ ຜິງ ປະທານໝູນວຽນຂອງຫົວເຫວີຍ ກ່າວວ່າ: ການດຳເນີນທຸລະກິດໂດຍລວມຂອງບໍລິສັດພວກເຮົາ ສອດຄ່ອງກັບການຄາດຄະເນໄວ້ ທຸລະກິດດ້ານຜູ້ໃຫ້ບໍລິການມີຄວາມໝັ້ນຄົງດີ ທຸລະກິດດ້ານວິສາຫະກິດເຕີບໂຕຂະຫຍາຍຕົວຢ່າງມີສະຖຽນລະພາບ ສ່ວນທຸລະກິດດ້ານເທີມີນໍ ກໍໄດ້ພັດທະນາອຸດສາຫະກໍາໃໝ່ໆຢ່າງວ່ອງໄວ ພວກເຮົາໄດ້ກ້້າວເຂົ້າສູ່ການພັດທະນາລະບົບນິເວດຢ່າງບໍ່ຢຸດຢັ້ງ ຫົວເຫວີຍຈະກ້າວໄປໜ້າຕາມທິດຫັນເປັນດີຈີຕອນ ອັດສະລິຍະ ຄາບອນຕໍ່າ ອີງໃສ່ 3 ອົງປະກອບຫຼັກ ໄດ້ແກ່: ບຸຄະລາກອນທີ່ມີພອນສະຫວັນ ການຄົ້ນຄວ້າວິທະຍາສາດ ແລະ ຄິດຄົ້ນນະວັດຕະກຳໃໝ່ໆ ສືບຕໍ່ເພີ່ມທະວີການລົງທຶນ ເພື່ອປັບປ່ຽນທິດສະດີພື້ນຖານ ໂຄງຮ່າງ ແລະ ຖານເຕັກໂນໂລຊີຊອບແວ ສ້າງຄວາມສາມາດໃນການແຂ່ງຂັນໃນໄລຍະຍາວ.

ທ່ານນາງ ເມິ້ງ ຫວານໂຈ CFO ຂອງຫົວເຫວີຍ ກ່າວວ່າ: ເຖິງວ່າພວກເຮົາຈະມີລາຍໄດ້ຫຼຸດລົງ ແຕ່ຄວາມສາມາດໃນການສ້າງກຳໄລ ແລະ ສ້າງກະແສເງິນສົດແມ່ນມີການເພີ່ມຂຶ້ນ ຄວາມສາມາດຂອງບໍລິສັດໃນການຈັດການກັບຄວາມບໍ່ແນ່ນອນ ມີການພັດທະນາຢ່າງຕໍ່ເນື່ອງ ຜົນປະໂຫຍດຈາກການປັບປຸງຜົນກໍາໄລຂອງທຸລະກິດຕົ້ນຕໍໃນປີ 2021 ກະແສເງິນສົດຂອງຫົວເຫວີຍເພີ່ມຂຶ້ນຢ່າງຫຼວງຫຼາຍ ບັນລຸ 59,7 ຕື້ຢວນ ອັດຕາສ່ວນຊັບສິນ-ໜີ້ສິນ ຫຼຸດລົງ 57,8% ໂດຍລວມແລ້ວ ສະພາບການເງິນຂອງພວກເຮົາມີຄວາມຍືດຍຸ່ນຫຼາຍຂຶ້ນ ປີ 2021 ໃນພາກທຸລະກິດດ້ານຜູ້ໃຫ້ບໍລິການ ລາຍຮັບຈາກການຂາຍ ບັນລຸ 281,5 ຕື້ຢວນ ຫົວເຫວີຍຊ່ວຍໃຫ້ຜູ້ປະກອບການທົ່ວໂລກນຳໃຊ້ເຄືອຂ່າຍ 5G ຊັ້ນນໍາ ອີງຕາມການລາຍງານຂອງພາກສ່ວນທີ 3 ໃນ 13 ປະເທດ ຄື: ສະວິດ ເຢຍລະມັນ ແຟັງລັງ ໂຮນລັງ ສ ເກົາຫຼີ ຊາອຸດິອາຣາບີ ແລະ ປະເທດອື່ນໆ ປະສົບການຂອງຜູ້ໃຊ້ຂອງເຄືອຂ່າຍ 5G ທີ່ສ້າງໂດຍຫົວເຫວີຍແມ່ນດີທີ່ສຸດ ຫົວເຫວີຍ ແລະ ຜູ້ປະກອບການ ຄູ່ຮ່ວມທຸລະກິດໄດ້ລົງນາມສັນຍາການຄ້າຫຼາຍກວ່າ 3.000 ສັນຍາ ສໍາລັບຄໍາຮ້ອງສະໜັກໃນອຸດສາຫະກໍາ 5G 5G ກໍາລັງຖືກນຳໄປສູ່ຂະແໜງອຸດສາຫະກຳການຜະລິດການຂຸດຄົ້ນບໍ່ແຮ່ເຫຼັກກ້າ ທ່າເຮືອ ການແພດ ແລະ ອື່ນໆ.
ພາຍໃຕ້ຂອງການຫັນເປັນດີຈີຕອນ ທຸລະກິດດ້ານວິສາຫະກິດຂອງຫົວເຫວີຍ ໄດ້ບັນລຸການຂະຫຍາຍຕົວຢ່າງວ່ອງໄວ ລາຍຮັບຈາກການຂາຍຕົວຈິງ 102,4 ຕື້ຢວນ ສໍາລັບອຸດສາຫະກໍາທີ່ສໍາຄັນ ເຊັ່ນ: ລັດຖະບານ ການຂົນສົ່ງ ການເງິນ ພະລັງງານ ແລະ ການຜະລິດ ຫົວເຫວີຍອີງໃສ່ຕາມສະຖານະການ ໄດ້ນຳສະເໜີ 11 ໂຊລູຊັນ ສ້າງຕັ້ງບໍ່ຖ່ານຫີນ ຖະໜັນອັດສະລິຍະ ດ່ານພາສີ ແລະ ທ່າເຮືອ ປະສານຊັບພະຍາກອນເພື່ອຮັບໃຊ້ລູກຄ້າຢ່າງມີປະສິດທິຜົນຫຼາຍກວ່າ 700 ຕົວເມືອງ ໃນທົ່ວໂລກ 267 ບໍລິສັດ ຟໍຈູນໂກໂບ້ 500 ເລືອກຫົວເຫວີຍເພື່ອປະຕິບັດການຫັນເປັນດີຈີຕອນ ຈໍານວນການບໍລິການ ແລະ ຄູ່ຮ່ວມທະລະກິດໄດ້ເພີ່ມຂຶ້ນຫຼາຍກວ່າ 6.000 ແຫ່ງ ທຸລະກິດດ້ານເທີມີນໍ ໄດ້ຍຶດໝັ້ນຖືຜູ້ບໍລິໂພກເປັນສູນກາງ ສືບຕໍ່ສ້າງການເຊື່ອມຕໍ່ອັດສະລິຍະໃນລະບົບນິເວດທົ່ວໂລກ ນໍາເອົາປະສົບການການໃຊ້ຊີວິດແບບອັດສະລິຍະໃນທຸກສະຖານະການໃຫ້ຜູ້ບໍລິໂພກທົ່ວໂລກ ລາຍຮັບຈາກການຂາຍຕົວຈິງ 243,4 ຕື້ຢວນ ການສວມໃສ່ອຸປະກອນຫົວເຫວີຍອັດສະລິຍະ ໜ້າຈໍອັດສະລິຍະ ຊຸດຫູຟັງ TWS ແລະ ການບໍລິການ ຄລາວ ຂອງຜູ້ບໍລິໂພກ ສືບຕໍ່ຂະຫຍາຍຕົວ ໃນນີ້ອຸປະກອນສວມໃສ່ ແລະ ໜ້າຈໍອັດສະລິຍະ ລາຍໄດ້ເພີ່ມຂຶ້ນຫຼາຍກວ່າ 30% ຕໍ່ປີ ອຸປະກອນຫົວເຫວີຍ ທີ່ຕິດຕັ້ງໂດຍ HarmonyOS ຫຼາຍກວ່າ 220 ລ້ານເຄື່ອງ ກາຍເປັນລະບົບປະຕິບັດການທີ່ຂະຫຍາຍຕົວໄວທີ່ສຸດໃນໂລກ.
ໃນປີຜ່ານມາ ຫົວເຫວີຍໄດ້ຍຶດໝັ້ນແນວຄວາມຄິດຂອງການເປີດກວ້າງ ການຮ່ວມມື ແລະພະຍາຍາມສ້າງລະບົບນິເວດ Euler Ascension ແລະ Harmony Ecosystem ທີ່ຈະເລີນຮຸ່ງເຮືອງ ມີຜູ້ພັດທະນາຫຼາຍກວ່າ 8 ລ້ານຄົນ ໄດ້ນຳໃຊ້ແພລດຟອມແບບເປີດກວ້າງ ຊອບແວໂອເພັນຊອດ ແລະ ອຸປະ ກອນພັດທະນາທີ່ຫຼວງຫຼາຍຂອງຫົວເຫວີຍ ສໍາຫຼວດສະພາບທຸລະກິດນະວັດຕະກໍາ ແລະ ຮູບແບບທຸລະກິດໃໝ່ໆ.
# ສະບາໄພ