ຫ້ອງວ່າການປະທານປະເທດ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

    ເພື່ອເປັນການສະເຫຼີມສະຫຼອງ ຫວນຄືນມູນເຊື້ອຄວາມອົງອາດກ້າຫານຂອງບັນດາທ່ານຜູ້ນໍາ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນການປົກປັກຮັກສາ ພັດທະນາປະເທດເຮົາ ເຊິ່ງຖືເອົາໂອກາດນີ້ເປັນການເພີ່ມທະວີ ສຶກສາອົບຮົມສະມາຊິກພັກ ນັກຮົບ ພະນັກງານລັດຖະກອນພາຍໃນສໍານັກງານຫ້ອງວ່າການປະທານປະເທດ ໃຫ້ເຂົ້າໃຈກ່ຽວກັບນໍ້າໃຈຮັກຊາດ ມູນເຊື້ອສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ວັນທີ 30 ມີນາ 2022 ຫ້ອງວ່າການປະທານປະເທດຈັດພິທີເຜີຍແຜ່່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ທີ່ຫ້ອງງານລ້ຽງ ຕຶກດອກບົວບານ ທໍານຽບປະທານປະເທດ ໃຫ້ກຽດເຜີຍແຜ່ຂອງສະຫາຍນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການປະທານປະເທດ ມີຄະນະພັກ ຫົວໜ້າກົມ ຮອງກົມ ພະແນກ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

    ໂອກາດນີ້ ສະຫາຍນາງ ເຂັມມະນີ ພົນເສນາ ໄດ້ຍົກໃຫ້ເຫັນການກໍາເນີດພັກປະຊາຊົນປະຕິວັດລາວ ຜົນສໍາເລັດແຫ່ງການຊີ້ນໍາພາຂອງພັກປະຊາຊົນປະຕິວດລາວແຕ່ລະໄລຍະ ແລະ ການເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ ນອກນີ້ ສະຫາຍນາງ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການປະທານປະເທດ ຍັງໄດ້ເຜີຍແຜ່ວັນສ້າງຕັ້ງອົງການກວດກາພັກ-ລັດ 16 ກຸມພາ ຄົບຮອບ 40 ປີ ເຊິ່ງໄດ້ຍົກໃຫ້ເຫັນການສ້າງຕັ້ງອົງການກວດກາພັກ-ລັດ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດ ຜົນງານການເຄື່ອນໄຫວວຽກງານກວດກາແຕ່ລະໄລຍະ ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ ພ້ອມນັ້ນ ສະຫາຍນາງ ອິນທະປັນຍາ ຂຽວວົງພະຈັນ ກໍາມະການພັກ ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ເຜີຍແຜ່ວັນສ້າງຕັ້ງກໍາມະບານລາວ 1 ກຸມພາ ຄົບຮອບ 66 ປີ ໃນນີ້ ໄດ້ຍົກໃຫ້ເຫັນ ປະຫວັດການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຜົນງານທີ່ພົ້ນເດັ່ນຂອງສະຫະພັນກໍາມະບານລາວໄລຍະ 66 ປີ ຜ່ານມາ ທັດສະນະຂອງພັກຕໍ່ວຽກງານກໍາມະບານ ແລະ ທິດທາງໃນການພັດທະນາສະຫະພັນກໍາມະບານລາວໃນຕໍ່ໜ້າ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!