ເຊີນຮ່ວມງານບຸນພະເຫວດ ປະຈຳປີ 2022 ທີ່ວັດໜອງປຸ່ງ

    ບຸນພະເຫວດ ຫຼື ບຸນມະຫາຊາດ ຖືເປັນປາງບຸນໃຫຍ່ຂອງຊາດລາວເຮົາ ທີ່ປະຕິບັດມາແຕ່ດົນນານຈົນກາຍເປັນຮິດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ເຊິ່ງມີເລື່ອງລາວ ຫຼື ປະຫວັດເປັນມາຕາມຄວາມເຊື່ອກ່ຽວກັບກັບການສ້າງປາລະມີຂອງພະພຸດທະເຈົ້າໃນຊາດສຸດທ້າຍຂອງເພີ່ນ ແລະ ຖືເປັນວັນນະຄະດີຊັ້ນຍອດຂອງລາວພວກເຮົາ ທີ່ຖຶກບັນຈຸຢູ່ໃນນີ້ ເປັນປິດສະໜາທຳທີ່ສັ່ງສອນສັງຄົມໃຫ້ຮູ້ເຖິງບາບບຸນຄຸນໂທດຈຳແນກໄດ້ອັນຜິດອັນຖຶກ ສອນສັງຄົມໃຫ້ຮູ້ຈັກການເສຍສະຫຼະ ແບ່ງປັນ ການເສີມສ້າງຄວາມສາມັກຄີຮັກແພງເປັນອັນໜຶ່ງອັນດຽວກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ ແລະ ພະພຸດທະສາສະໜາໃຫ້ຮຸ່ງເຮືອງເຫຼືອງເຫຼີ້ອມໄປພ້ອມໆກັນ.

      ການຈັດງານບຸນພະເຫວດສັນດອນໃນແຕ່ລະທ້ອງຖິ່ນອາດແຕກຕ່າງກັນ ແຕ່ສວ່ນຫຼາຍແມ່ນຈະຈັດຂື້ນໃນເດືອນສີ່ລາວ ເຊິ່ງເອີ້ນວາ່ເດືອນສີ່ມາຮອດແລ້ວເຊີນມາກິນເຂົ້າປຸ້ນ ເອົາບຸນພະເຫວດ ຟັງເທດມະຫາຊາດ ກອ່ນຈະຈັດຕັ້ງບຸນຢູ່ຕາມບ້ານຕ່າງໆ ກໍຈະມີການຫ້າງຫາກະກຽມ ມີການປະດັບປະດາສະຖານທີ່ວັດວາອາລາມໃຫ້ສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍແຕ່ງ ເຄື່ອງບູຊາດ້ວຍວັດຖຸອື່ນໆຕາມຄວາມສະດວກ ແລະ ເໝາະສົມ ນອກນັ້ນ ຕ້ອງໄດ້ບອກເລົ່າບ້ານໃກ້ ແລະ ມີການຢາຍໜັງສືຜຸກໃຫ້ຫົວວັດຕ່າງໆເພື່ອໃຫ້ມາຮ່ວມນຳ ເຊິ່ງກິດຈະກຳຫຼັກໆ ໄດ້ແກ່ການເຊີນພະອຸປະຄຸດ ການແຫ່ພະເຫວດເຂົ້າເມືອງ ການຟັງເທດພະເຫວດ ແລະ ພິທີການຕ່າງໆແລ້ວແຕ່ຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ເຊັ່ນ ງານບຸນຢູ່ທີ່ວັດບ້ານ ໜອງປຸ່ງ ເມືອງໂພນໂຮງ ແຂວງວຽງຈັນ ເຊີ່ງໄດ້ຈັດຂື້ນເມື່ອວັນທີ 26 ມີນາ 2022 ຜ່ານມາ ເຊິ່ງນຳພາບຸນໂດຍພະອາຈານ ອຸ່ນຫຼ້າ ສີຮິວຸດໂທ ເຈົ້າອາທິການວັດຣັດຕະນະມຸງຄຸນ ບ້ານໜອງປຸ່ງ ພ້ອມດ້ວຍພະສົງສາມະເນນ ມີອົງການປົກຄອງບ້ານ ຕະຫຼອດຮອດຊາວພຸດສະນີກະຊົນ ອອກຕົນຍາດໂຍມ ແລະ ເຈົ້າພາບ ເຈົ້າສັດທາ ໄດ້ພ້ອມກັນຈັດຕັ້ງຂື້ນເຊິ່ງປະກອບມີຫຼາກຫຼາຍກິດຈະກຳ ແຕ່ຈຸດເດັ່ນແມ່ນຢູ່ທີ່ຂະບວນແຫ່ພະເຫວດເຂົ້າເມືອງ ຈະປະກອບດ້ວຍດັ່ງນີ້:

  1. ຂະບວນພະສົງ-ສາມະເນນ.
  2. ຂະບວນພະຍາບູລົມ ພະນາງພຸດສະດີ ແລະ ສາລີກັນຫາ.
  3. 3/ ຂະບວນຊ້າງມ້າຈໍາລອງ.
  4. 4/ ຂະບວນທະຫານພົນຊ້າງ ພົນມ້າ.
  5. 5/ ຂະບວນສະໜົມນາງໃນ (ສາວງາມຖືທຸງໄຊ ແລະ ຂັນດອກໄມ້).
  6. 6/ ຂະບວນເຖົ້າແກ່ ແລະ ອົງການຈັດຕັ້ງ.
  7. 7/ ຂະບວນລາຊະດອນ (ມວນຊວນພຸດທະບໍລິສັດ ຜູ້ໃຈບຸນທັງຫຼາຍ).

    ການຈັດແຫ່ບຸນພະເຫວດໃນຄັ້ງນີ້ ແມ່ນມີຄວາມເບີກບານມ່ວນຊື່ນ ແລະ ນອກນັ້ນຍັງມີການຄົບງັນຄື:

  • 1/ ວັນເສົາ ທີ 26 ເດືອນ 3 ປີ 2022 ແຮມ 9 ຄ່ໍາ ເດືອນ 4 ລາວ ພສ 2564 ເປັນມື້ແຫ່ພະເຫວດເຂົ້າເມືອງ.
  • ວັນອາທິດ ທີ 27 ເດືອນ 3 ປີ 2022 ແຮມ 10 ຄ່ໍາ ເດືອນ 4 ລາວ ພສ 2564 ເປັນມື້ຕັ້ງບຸນພະເຫວດ.
  • ວັນຈັນ ທີ 28 ເດຶອນ 3 ປີ 2022 ແຮມ 11 ຄ່ໍາ ເດືອນ 4 ລາວ ພສ 2564 ເປັນມື້ຟັງເທດ ຕະຫຼອດວັນ.
  • ວັນອັງຄານ ທີ 29 ເດືອນ 3 ປີ 2022 ແຮມ 12 ຄ່ໍາ 4 ລາວ ພສ 2564 ຕັກບາດຖວາຍເຄື່ອງສັງຄະທານ ແດ່ພຣະພິກຂຸສົງ ເປັນອັນວ່າ ຈົບພິທີທາງສາດສະໜາ.

# ຂ່າວ : ວັນນະເລດ ລໍວັນໄຊ.

# ພາບ : ລຸນທອງ ສີບຸນເຮືອງ.

error: Content is protected !!