ຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງມີຕົວເລກສູງ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄົມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 25 ມີນາ 2022 ຢູ່ກະຊວງສາທາລະສຸກວ່າ: ວັນທີ 24 ມີນາ 2022  ໄດ້ກວດວິເຄາະກວດຫາເຊື້ອພະຍາດໂຄວິດ-19 ໃນທົ່ວປະເທດ 5.277 ຕົວຢ່າງ ແລະ ກວດພົບເຊື້ອທັງໝົດ 2.212 ຄົນ ໃນນີ້ ຕິດເຊື້ອພາຍໃນ 2.193 ຄົນຈາກ: ນະຄອນຫຼວງວຽງຈັນ 1.022 ຄົນ ແຂວງຄຳມ່ວນ 155 ຄົນ ໄຊຍະບູລີ 151 ຄົນ ສະຫວັນນະເຂດ 144 ຄົນ ສາລະວັນ 138 ຄົນ ຊຽງຂວາງ 91 ຄົນ ວຽງຈັນ 83 ຄົນ ອຸດົມໄຊ 76 ຄົນ ບໍລິຄຳໄຊ 50  ຄົນ ຫຼວງພະບາງ 43 ຄົນ ອັດຕະປື 43 ຄົນ ບໍ່ແກ້ວ 40 ຄົນ ຫຼວງນ້ຳທາ 38 ຄົນ ຈຳປາສັກ 37 ຄົນ ຫົວພັນ 30 ຄົນ ເຊກອງ  24 ຄົນ ຜົ້ງສາລີ 15  ຄົນ  ແລະ ແຂວງໄຊສົມບູນ 13 ຄົນ.

   ສຳລັບການຕິດເຊື້ອນໍາເຂົ້າມີ 19 ຄົນຄື: ຈາກນະຄອນຫຼວງວຽງຈັນ 9 ຄົນ ແຂວງຈຳປາສັກ 4 ຄົນ ສະຫວັນນະເຂດ ແລະ ແຂວງຄຳມ່ວນແຂວງລະ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 164.078 ຄົນ ອອກໂຮງໝໍວັນທີ 24 ມີນາຜ່ານມາ 171 ຄົນ ກຳລັງປິ່ນປົວ 4.830 ຄົນ ແລະ ເສຍຊີວິດທັງໝົດ 654 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດແຂວງລະ 1 ຄົນ)

   ສປປ ລາວ ເຮົາ ສະພາບການລະບາດຂອງພະຍາດັ່ງກ່າວຍັງສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ເຫັນໄດ້ວ່າ ໄລຍະນີ້ທີ່ມີການລະບາດຂອງສາຍພັນໂອມິຄຣອນ ອັດຕາການຕິດເຊື້ອແມ່ນເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ສະຖິຕິຕົວເລກລາຍງານຜູ້ຕິດເຊື້ອໃນ ສປປ ລາວ ເພີ່ມຂຶ້ນສູງກ່ວາໝູ່ ທຽບໃສ່ໄລຍະຜ່ານມາ ແນ່ນອນການຕິດເຊື້ອເພີ່ມຂຶ້ນຫຼາຍ ກໍສ່ຽງທີ່ຈະມີຄົນເຈັບໜັກ ຫຼື ເສຍຊີວິດເພີ່ມຂຶ້ນເຊັ່ນດຽວກັນ ເປັນຕົ້ນ ການຕິດເຊື້ອໃນຜູ້ສູງອາຍຸ ຜູ້ທີ່ມີພະຍາດປະຈຳຕົວ ແລະ ມີພູມຄຸ້ມກັນບົກຜ່ອງ ສະນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານຈົ່ງມີສະຕິໃນການປ້ອງກັນຕົນເອງຢ່າງເຄັ່ງຄັດ ເພື່ອຕົວເອງ ແລະ ຄົນອ້ອມຂ້າງ ປອດໄພຈາກພະຍາດໂຄວິດ-19 ໃຫ້ນັບມື້ຫຼຸດລົງ.

# ຂ່າວ – ພາບ : ລັດເວລາ

error: Content is protected !!