ນັກຮຽນບ້ານນໍ້າໂມ້ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການກາແດງ

    ວັນທີ 24 ມີນາ 2022 ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງໄຊສົມບູນ ໄດ້ນຳເອົາເຄື່ອງສຸຂະອະນາໄມ 500 ຊຸດ ລວມມູນຄ່າ 70 ກວ່າລ້ານກີບ ນຳໄປຊ່ວຍເຫຼືອນ້ອງນັກຮຽນບ້ານນ້ຳໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ເຊິ່ງກ່າວມອບຂອງທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ຮັບແມ່ນທ່ານ ດຣ ບົວເກດ ວົງປະເສີດ ຫົວໜ້າອົງການກາແດງແຂວງໄຊສົມບູນ ແລະອຳນາດການປົກຄອງເມືອງ ບ້ານ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ຜ້າປິດປາກ ຜ້າເຊັດຂ້າເຊື້ອ ສະບູ ສະເປຂ້າເຊື້ອ ແລະ ຖົງ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງ ສ ເກົາຫຼີ.

# ຂ່າວ – ພາບ : ວຽງມ

error: Content is protected !!