ທ່ານ ມານະສິນ ວົງໄຊ ຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ລາຍງານກ່ຽວກັບຜົນສຳເລັດຂອງການດຳເນີນທຸລະກິດຂອງຕົນຕໍ່ກອງປະຊຸມສະຫຼຸບວຽກງານປະຈຳ 2021 ແລະ ທິດທາງແຜນການປີ 2022 ໃນວັນທີ 24 ມີນາ 2022 ຢູ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ວ່າ:
1 ປີຜ່ານມາ ລຮລ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕັ້ງໜ້າ ເຮັດໃຫ້ ລຮລ ສາມາດສ້າງລາຍຮັບໄດ້ຈາກການດຳເນີນທຸລະກິດທັງໝົດ 42,42 ລ້ານໂດລາສະຫະລັດ ລື່ນແຜນການປະຈຳປີ 6,9% ທຽບໃສ່ປີ 2020 ເພີ່ມຂຶ້ນ 61,66% ມີຜົນກຳໄລທ້າຍປີ 22,54 ລ້ານໂດລາສະຫະລັດ ຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ກະຊວງການເງິນໄດ້ຕາມສັນຍາ 39,46 ລ້ານໂດລາສະຫະລັດ ແລະ ມອບພັນທະອາກອນປະຈຳປີ 4,08 ລ້ານໂດລາສະຫະລັດ ສໍາລັບ 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປັດຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.701 ກິກາວັດໂມງ ໃນນັ້ນ ໂຄງການໄຟຟ້ານ້ໍາເທີນ 2 ຜະລິດໄດ້ 4.976 ກິກາວັດໂມງ ໂຄງການໄຟຟ້າຄວາມຮ້ອນຫົງສາຜະລິດໄດ້ 11.881 ກິກາວັດໂມງ ໂຄງການໄຟຟ້າເຊປຽນເຊນ້ໍານ້ອຍ 1.827 ກິກາວັດໂມງ ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.017 ກິກາວັດໂມງ ລວມລາຍໄດ້ຈາກການຂາຍໄຟຟ້າທັງໝົດ 1.165,46 ລ້ານໂດລາສະຫະລັດ ແລະ ໄດ້ຈ່າຍພັນທະໃຫ້ລັດຖະບານຕາມສັນຍາສຳປະທານຈຳນວນ 55,3 ລ້ານໂດລາສະຫະລັດ.
