ດ້ວຍຄວາມດຸໝັ່ນ ທ່ານ ຄໍາອ້ວນ ສີຫາວົງ ກາຍເປັນຄອບຄົວຕົວແບບປູກຝັງ-ລ້ຽງສັດ

     ທ່ານ ຄໍາອ້ວນ ສີຫາວົງ ອາຍຸ 66 ປີ ບ້ານຫົວຊ້າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນໃນການເປັນຄອບຄົວຕົວແບບປູກຝັງ-ລ້ຽງສັດ ແມ່ນຍ້ອນຄວາມມັກຮັກໃນວຽກງານປູກຝັງ ແລະ ລ້ຽງສັດ ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມີຄວາມສູ້ຊົນອົດທົນ ມີຊີວິດແບບລຽບງ່າຍ ຜ່ານມາແມ່ນເປັນຄອບຄົວຕົວແບບຢູ່ສູນຫ້ວຍຊອນ-ຫ້ວຍຊົ້ວ ກ່ຽວກັບການເຮັດຝຸ່ນບົ່ມ ຍ້ອນຄວາມດຸໝັ່ນບວກກັບຄວາມມັກຮັກອາຊີບນີ້ ທາງການນໍາຂັ້ນເມືອງກໍໄດ້ເຫັນຄວາມສຳຄັນ ໂດຍສະເພາະຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ນາຊາຍທອງ ໄດ້ລົງມາຊຸກຍູ້ສົ່ງເສີມຢ່າງໃກ້ຊິດຕິດແທດ ຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ມາໄລຍະໜຶ່ງລູກຮຽນຈົບ ບໍ່ທັນມີວຽກເຮັດ ຈຶ່ງໄດ້ພາລູກຫັນມາລ້ຽງໄກ່ພັນຊີ້ນຮ່ວມກັບບໍລິສັດ ຊີພີລາວ ເຊິ່ງໄດ້ເລີ່ມລ້ຽງແຕ່ປີ 2011 ເປັນຕົ້ນມາຈົນຮອດປັດຈຸບັນ.

    ການລົງທຶນໃນການລ້ຽງໄກ່ພັນຊີ້ນ ໄດ້ຖົມດິນ ສ້າງເສັ້ນທາງເຂົ້າຟາມ ສ້າງຄອກ ແລະ ຊື້ຂີ້ແກບ ລວມຕົ້ນທຶນທັງໝົດປະມານ 200.000.000 ກີບ ສວ່ນແນວພັນ ອາຫານ ຢາປ້ອງກັນ ແລະ ປິ່ນປົວຕ່າງງ ແມ່ນທາງບໍລິສັດສະໝອງໃຫ້ທຸກໆງວດ ສໍາລັບການລ້ຽງ ແມ່ນລ້ຽງ 2 ງວດຕໍ່ປີ ໃນນີ້ ງວດໜຶ່ງຈະລ້ຽງຢູ່ປະມານ 4.500 ໂຕ ລ້ຽງໄດ້ 65 ວັນ ທາງບໍລິສັດກໍຈະນໍາໄກ່ອອກຂາຍເອງ ແລະ ກໍຈະໄດ້ລາຍຮັບຫັກຕົ້ນທຶນອອກ ໄດ້ກໍາໄລສະເລ່ຍປະມານ 8.000.000-10.000.000 ກີບຕໍ່ງວດ ສະເລ່ຍ ປີໜຶ່ງມີລາຍຮັບປະມານ 16.000.000-20.000.000 ກີບຕໍ່ປີ.

    ຜ່ານການລົງມືລ້ຽງໄກ່ພັນຊີ້ນມາ ເຫັນວ່າມີຜົນກໍາໄລດີ ແລະ ໃຊ້ເວລາສັ້ນ ທາງບໍລິສັດ ຊີພີ ກໍໄດ້ໃຫ້ຄວາມສະດວກຫຼາຍຢ່າງ ຈຶ່ງໄດ້ເອົາອາຊີບນີ້ເປັນອາຊີບຫຼັກຂອງຄອບຄົວຕໍ່ໄປ ນອກຈາກນີ້ ຍັງໄດ້ຄວາມຮູ້ທາງເຕັກນິກວິຊາການນຳອີກ ໂດຍສະເພາະດ້ ານການຮັກສາສຸຂະພາບສັດ ເຕັກນິກການລ້ຽງໃຫ້ສັດມີສຸຂະພາບແຂງແຮງ ແລະ ຈະເລີນເຕີບໂຕໄວຂຶ້ນ ເຊິ່ງສົ່ງຜົນໃຫ້ມີລາຍໄດ້ເພີ່ມຂຶ້ນ.

.# ຂ່າວ – ພາບ : ຂັນ​ທະວີ

error: Content is protected !!