ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ສົ່ງເສີມການປູກຝັງ-ລ້ຽງສັດ

    ວັນທີ 22 ມີນາ 2022 ຜ່ານມາ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍການນຳຂັ້ນແຂວງ ຂັ້ນເມືອງ ໄດ້ລົງຊຸກຍູ້ວຽກງານການຜະລິດກຸ່ມປູກຜັກເຮືອນຮົ່ມ ແລະ ການລ້ຽງປານິນໃນໝອງຂອງປະຊາຊົນຢູ່ບ້ານນາຄຳ ເມືອງໃໝ່ ແຂວງຜົ້ງສາລີ.

    ທ່ານ ເອີງເຈື້ອ ຮອງນາຍບ້ານຫ້ວຍວາງເກົ່າ ທັງເປັນຫົວໜ້າກຸ່ມປູກຜັກເຮືອນຮົ່ມ ໄດ້ລາຍງານກ່ຽວກັບການປູກຜັກເຮືອນຮົ່ມວ່າ: ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ເພື່ອຍົກສູງລາຍໄດ້ ສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ຈຸດເລີ່ມຕົ້ນຂອງການປູກຜັກເຮືອນຮົ່ມແມ່ນຈາກໂຄງການອີຟີກັດ ໄດ້ສະໜັບສະໜູນວັດສະດຸ ແລະ ອຸປະກອນໃນການສ້າງເຮືອນຮົ່ມ ຕໍ່ມາ ໂຄງການສາລີ ໄດ້ສ້າງລະບົບນ້ຳລິນໃຫ້ ຈາກນັ້ນ ໂຄງການກະສິກຳເພື່ອໂພຊະນາການໄດ້ສ້າງເປັນກຸ່ມການຜະລິດ ມີສະມາຊິກ 22 ຄົນ ຍິງ 16 ຄົນ ແລະ ໄດ້ສະໜັບສະໜູນທຶນທັງໝົດ 32.470.000 ກີບ ປັດຈຸບັນ ມີເຮືອນຮົ່ມທັງໝົດ 24 ຫຼັງ ເນື້ອທີ່ 0,2 ເຮັກຕາ ໃນໄລຍະປີ 2021 ໄດ້ມີການປູກພືດຜັກເປັນສິ້ນຄ້າ 35 ໂຕນ ຄິດໄລ່ເປັນເງິນ 140 ລ້ານກີບ ສຳລັບຕະຫຼາດຈຳໜ່າຍແມ່ນສົ່ງຂາຍຢູ່ຕະຫຼາດເມືອງໃໝ່ ແລະ ຍັງມີພໍ່ຄ້າຊາວຂາຍຈຳນວນໜຶ່ງຊື້ກັບສວນໂດຍກົງ.

    ຈາກນັ້ນ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ຍັງໄດ້ລົງຊຸກຍູ້ການລ້ຽງປານິນໃນໜອງຂອງທ່ານ ແດງອອນ ຢູ່ບ້ານນາຄຳ ເຊິ່ງທ່ານ ແດງອອນ ໃຫ້ຮູ້ວ່າ: ໃນຄອບຄົບມີສະມາຊີກທັງໝົດ 9 ຄົນ ຍິງ 5 ຄົນ ມີ 4 ແຮງງານຕົ້ນຕໍ ໃນເມືອກ່ອນເປັນຄອບຄົວໜຶ່ງທີ່ທຸກຍາກ ອາຊີບຕົ້ນຕໍແມ່ນລ້ຽງປານິນໃນໜອງ ແລະ ເຮັດນາ ປູກໂດຍອາໄສແຕ່ທຳມະຊາດ ພໍກຸ້ມຢູ່ກຸ້ມກິນ ມີບາງປີດິນຟ້າອາກາດບໍ່ເອື້ອອຳນວຍເຮັດໃຫ້ຄອບຄົວປະສົບກັບຄວາມທຸກຍາກຂາດເຂີນມາຕະຫຼອດ ແລະ ຈາກນັ້ນ ກໍໄດ້ເລີ່ມລ້ຽງປາເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວມາແຕ່ປີ 2013 ເຊິ່ງການລ້ຽງປານິນໃນໜອງ ໃນ 1 ປີ ແມ່ນໄດ້ຈຳໜ່າຍອອກສູ່ຕະຫຼາດ 1 ຊຸດຕໍ່ປີ ຜົນຜະລິດທັງໝົດ 5.500 ກິໂລ/ປີ ຕົ້ນທຶນໃນການລ້ຽງປາທັງໝົດ 67.400.000 ກີບ ໃນນັ້ນ ຊື້ແນວພັນປາ 12.000.000 ກີບ ອາຫານສຳເລັດຮູບ 55 ລ້ານກີບ ປູນຂາວ 400.000 ກີບ ກຳໄລຈາກການຂາຍປາທັງໝົດແມ່ນ 70.100.000 ກີບ/ປີ ປັດຈຸບັນ ຄອບຄົວທ່ານ ແດງອອນ ມີລາຍຮັບເປັນປົກກະຕິ ມີທຶນພັດທະນາຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

.

.# ຂ່າວ – ພາບ : ສີພອນ

error: Content is protected !!