ຫສນຍ ຈັດປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

    ວັນທີ 23 ມີນາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ໂດຍເປັນປະທານ ແລະ ປາຖະກະຖາຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ ຫສນຍ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າ ຫສນຍ ພ້ອມຄະນະພັກ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມຮັບຟັງ.

    ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນປະຫວັດ ແລະ ຄວາມໝາຍຄວາມສຳຄັນໃນການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ການເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອອັນດີງາມ ແລະ ຈຸດພິເສດຂອງພັກປະຊາຊົນປະຕິວັດລາວ ລວມທັງເນື້ອໃນສຳຄັນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໂດຍສະເພາະ ເນື້ອໃນ “ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ” ຄຽງຄູ່ກັບການປາຖະກະຖາທາງດ້ານເນື້ອໃນ ກໍຄືທິດສະດີ ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນພຶດຕິກຳຕົວຈິງທີ່ພົ້ນເດັ່ນຫຼາຍດ້ານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ. ນອກຈາກການເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລ້ວ ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງພັກ ແລະ ລັດ ຈຳນວນໜຶ່ງຕື່ມອີກຄື: ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ໃຫ້ກຽດເຜີຍແຜ່ໂດຍທ່ານ ອາລຸນໄຊ ສູນນະລາດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສ ນຍ ໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ແລະ ຂໍ້ຕົກລົງຂອງ ຫສນຍ ສະບັບເລກທີ 546/ຫສນຍ ລົງວັນທີ 11 ພະຈິກ 2021 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!