ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 11 ພັນຕື້ກວ່າກີບ

    ກອງປະຊຸມປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ຈັດຂຶ້ນວັນທີ 24-25 ມີນາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນ (ຜ່ານຮູບແບບທາງໄກ) ເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ມີຮອງລັດຖະມົນຕີ ຮອງເຈົ້າແຂວງ ຮອງເຈົ້າຄອງ ນວ ຫົວໜ້າກົມ ສະຖາບັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ບັນດາລັດວິສາຫະກິດອ້ອມຂ້າງກະຊວງ ພະແນກ ອຄ ແຂວງ ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ລົງເລິກບາງໜ້າທີ່ວຽກງານທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສິ່ງທີ່ລັດຖະບານໃຫ້ຄວາມສຳຄັນ ເປັນຕົ້ນ ການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານ້ຳມັນ ການສົ່ງເສີມການຄ້າເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າເຖີງແຫຼ່ງທຶນ ການອຳນວຍຄວາມສະດວກທາງດ້ານການຄ້າ ໃນການສົ່ງອອກສິນຄ້າໄປ ສປ.ຈີນ ການຄຸ້ມຄອງກວດກາ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຂອງ ສປປ ລາວ ໃຫ້ເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ວຽກງານຊັບສິນທາງບັນຍາ ນອກນັ້ນ ກອງປະຊຸມຍັງໄດ້ລົງເລິກທັງດ້ານດີ-ດ້ານອ່ອນ ປຶກສາຫາລື ຖາມ-ຕອບ ຂໍຄວາມກະຈ່າງແຈ້ງໃນບັນຫາຕ່າງໆທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂະແໜງ ອຄ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!