ທ່ານທູດອົດສະຕຣາລີ ປະຈໍາລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ

    ວັນທີ 23-24 ມີນາ 2022 ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃຫ້ການຕ້ອນຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງໄຊຍະບູລີ.

    ໃນໂອກາດດັ່ງກ່າວ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄດ້ລາຍງານສະພາບການພັດທະນາຂອງແຂວງ ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງປະເທດອົດສະຕຣາລີ ຕໍ່ແຂວງໄຊຍະບູລີໃນໄລຍະຜ່ານມາເປັນຕົ້ນແມ່ນໂຄງການຊ່ວຍເຫຼືອລ້າຜ່ານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຄື: ກອງທຶນເລັ່ງລັດ ແລະ ລັດຖະບານອົດສະຕາລີ ມູນຄ່າ 8,4 ຕຶ້ກີບ ໃນການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ແລະ ສ້າງອາຄານຮຽນຊັ້ນປະຖົມ 11 ຫຼັງ ອົງການຊ່ວຍເຫຼືອເດັກອົດສະຕຣາລີ ມີ 3 ໂຄງ ການຄື: ໂຄງການຮັກສາສຸຂະພາບຂັ້ນຕົ້ນ ມູນຄ່າ 1.071.716 ໂດລາສະຫະລັດ ໂຄງການສົ່ງເສີມຄວາມເຂັ້ມແຂງໃນລະບົບປ້ອງກັນເດັກ ມູນຄ່າ 2.125.300 ໂດລາສະຫະລັດ ແລະ ໂຄງການຫຼຸດຜ່ອນໄພພິບັດຮອບດ້ານ ມູນຄ່າ 2.069.000 ໂດລາອົດສະຕາລີ ມູນນິທິອິດມິດເວສ ໃນການຊຸກຍູ້ສົ່ງເສີມດ້ານນໍ້າ ແລະ ສຸຂະອານາໄມ ໂຄງການເມີລິເອີ ມູນຄ່າ 3.009.400 ໂດລາສະຫະລັດ ໃນການສ້າງຄວາມເຂັ້ມແຂງ ແລະ ປັບປຸງຄຸນນະພາບຫ້ອງວິເຄາະດ້ານຊີວະວິທະຍາການແພດຢູ່ໂຮງໝໍແຂວງໄຊຍະບູລີ ສໍາລັບການພັດທະນາສ້າງເສດຖະກິດຂອງແຂວງ ແມ່ນອີງໃສ່ 3 ທ່າແຮງທີ່ເປັນເສົາຄໍ້າຄື: ການຜະລິດກະສິກໍາຮອບດ້ານ ຕິດພັນກັບການປຸງແຕ່ງ ການບໍລິການທາງຜ່ານ ການທ່ອງທ່ຽວ ແລະ ທ່າແຮງດ້ານອຸດສາຫະກຳພະລັງໄຟຟ້າ.

    ໃນ 1 ປີຜ່ານມາ ເສດຖະກິດຂອງແຂວງໄດ້ສືບຕໍ່ຂະຫຍາຍຕົວສະເລ່ຍໃນລະດັບ 4,4 % ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.041 ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້ 3.115 ໂດລາ ຈາກນັ້ນ ທ່ານທູດ ແລະ ຄະນະ ກໍໄດ້ເຂົ້າຢ້ຽມຊົມເບິ່ງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ຈາກ ອໍານວຍການ ບໍລິສັດ ໄຊຍະບູລີ ພາວເວີ້ ຈໍາກັດ ໂດຍໄດ້ລົງເລິກກ່ຽວກັບການບໍລິຫານຈັດການນໍ້າໃນເຂື່ອນ ການຂຶ້້ນ-ລ່ອງຂອງເຮືອແຕ່ລະຂະໜາດ ແລະ ການຂຶ້ນ-ລົງຂອງປານ້ອຍ-ໃຫຍ່ ເຂົ້າເບິ່ງສູນອານຸຮັກຊ້າງ ເຂື່ອນຊົນລະປະທານ ນໍ້າຕຽນ ແລະ ຢ້ຽມຢາມ ບໍລິສັດໂດມີນຽນ (ລາວ) ເພື່ອຂຸດຄົ້ນສໍາຫຼວດແຮ່ທອງ ຢູ່ບ້ານເມືອງປາ ເມືອງປາກລາຍ.

ພາບ-ຂ່າວ: ອຸ່ນເຮືອນ ໂພທິລັກ

error: Content is protected !!