ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 144

   ກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 144 ໄດ້ໄຂຂຶ້ນລະຫວ່າງວັນທີ 20-24 ມີນາ 2022 ທີ່ນູຊາ ດູອາ ບາຫຼີ ປະເທດອິນໂດເນເຊຍ ໃນຮູບແບບເຊິ່ງໜ້າ ພາຍໃຕ້ການເປັນເຈົ້າພາບຂອງລັດຖະສະພາອິນໂດເນເຊຍ ໂດຍມີສະມາຊິກສະພາແຫ່ງຊາດ 1.000 ຄົນ ທີ່ມາຈາກ 115 ປະເທດ ທົ່ວໂລກ ແລະ ຄະນະຜູ້ແທນຈາກອົງການສະຫະປະຊາຊາດ ຕົວແທນຈາກອົງການລັດຖະສະພາປະຈຳພາກພື້ນຕ່າງໆຂອງໂລກ ສຳລັບຄະນະຜູ້ແທນຂອງສະພາແຫ່ງຊາດລາວ ນຳໂດຍ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອເປັນການປະຕິບັດພັນທະ ແລະ ບົດບາດສະພາແຫ່ງຊາດແຫ່ງ ສປປ ລາວ ທີ່ເປັນສະມາຊິກສົມບູນຂອງ IPU ເພື່ອສະແດງທັດສະນະຂອງ ສປປ ລາວ ກໍ່ຄືສະພາແຫ່ງຊາດລາວ ຕໍ່ເວທີສາກົນ ແລະ ເປັນການແລກປ່ຽນທັດສະນະ ຄຳຄິດຄຳເຫັນກັບບັນດາຜູ້ແທນຈາກລັດຖະສະພາເພື່ອນມິດ ກ່ຽວກັບເນື້ອໃນຕ່າງໆໃນກອງປະຊຸມ ແນໃສ່ຮັດແໜ້ນຄວາມສາມັກຄິ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ແລະ ຮັບມືກັບສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ.

    ກອງປະຊຸມໃຫຍ່ IPU ຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລືກັນພາຍໃຕ້ຫົວຂໍ້: “ເຂົ້າໃກ້ເປົ້າໝາຍທີ່ເປັນສູນ ຊຸກຍູ້ໃຫ້ລັດຖະສະພາດຳເນີນງານກ່ຽວກັບການປ່ຽນແປງດິນຟ້າອາກາດ” ຄະນະຜູ້ແທນທີ່ເຂົ້າຮ່ວມ ຈະໄດ້ພ້ອມກັນພິຈາລະນາບັນຫາຮີບດ່ວນທີ່ເປັນຄວາມກັງວົນຮ່ວມກັນໃນທົ່ວໂລກ ນອກນັ້ນ ຍັງຈະໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມຕ່າງໆເຊັ່ນ ກອງປະຊຸມສະພາບໍລິຫານງານ ກອງປະຊຸມກຳມາທິການປະຈຳກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກອງປະຊຸມກຳມາທິການປະຈຳ ກ່ຽວກັບວຽກງານການພັດທະນາແບບຍືນຍົງ ກອງປະຊຸມກຳມາທິການປະຈຳ ວ່າດ້ວຍປະຊາທິປະໄຕ ແລະ ສິດທິມະນຸດ ກອງປະຊຸມກຳມາທິການປະຈຳກ່ຽວກັບກິດຈະການຂອງອົງການສະຫະປະຊາຊາດ ກອງປະຊຸມເວທີປຶກສາຫາລືວຽກງານສະມາຊິກລັດຖະສະພາເພດຍິງ ກອງປະຊຸມເວທີປຶກສາຫາລືຂອງສະມາຊິກສະພາໜຸ່ມ ແລະ ກອງປະຊຸມປິ່ນອ້ອມອື່ນໆຂອງ IPU ພ້ອມທັງພິຈາລະນາຮັບຮອງເອົາມະຕິທີ່ກ່ຽວຂ້ອງກັບວຽກງານຂອງກຳມາທິການດັ່ງກ່າວອີກຈຳນວນໜຶ່ງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!