ທີມຊາດລາວ ອຸ່ນເຄື່ອງເອົາຊະນະ ທີມຊາດມົງໂກລີ 1-0

   ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຊີນທີມຊາດມົງໂກລີ ແລະ ບຣູໄນ ມາແຂ່ງຂັນບານເຕະນັດອຸ່ນເຄື່ອງກັບທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ເພື່ອເປັນການທົດສອບທີມ ແລະ ກຽມຄວາມພ້ອມກ່ອນເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ປະເທດ ສສ ຫວຽດນາມ ເປັນເຈົ້າພາບ ໃນເດືອນພຶດສະພາ 2022.

    ການແຂ່ງຂັນນັດທໍາອິດຂອງທີມຊາດລາວ ພົບກັບ ທີມຊາດມົງໂກລີ ຈັດຂຶ້ນວັນທີ 23 ມີນາ 2022 ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ໂດຍມີກອງເຊຍເຂົ້າມາໃຫ້ກໍາລັງທັງສອງທີມຢ່າງຫຼວງຫຼາຍ ສ່ວນຜົນການແຂ່ງຂັນ ເປັນຝ່າຍທີມຊາດລາວ ເປີດບ້ານເອົາຊະນະ ທີມຊາດມົງໂກລີ ໄປໄດ້ 1-0 ຈາກປະຕູໄຊຂອງ ນະລົງສິດ ຈັນທະລັງສີ ນາທີ 58.

    ນັດຕໍ່ໄປ ທີມຊາດລາວ ຈະພົບກັບ ທີມຊາດບຣູໄນ ໃນວັນທີ 27 ມີນາ 2022  ເວລາ 18:00 ໂມງ  ຢູ່ສະໜາມກີລາແຫ່ງຊາດລາວ ຫຼັກ 16 ເຊິ່ງຈະຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ແລະ ທາງເພຈບຸກ: ຂ່າວກີລາ Lao National TV.

# ຂ່າວ – ພາບ : ສີພອນ

error: Content is protected !!