ເພື່ອຄວາມປອດໄພຂອງຕົວທ່ານຈົ່ງຢ່າມ້າງ ຫຼື ປີນຮົ້ວເຂົ້າໄປໃນຂອບເຂດທາງລົດໄຟເດັດຂາດ

    ໃນຕອນເຊົ້າຂອງວັນທີ 22 ມີນາ 2022 ໄດ້ມີປະຊາຊົນບຸກລຸກເຂົ້າໄປຮົ້ວກັນຄວາມປອດໄພລົດໄຟ ເຊິ່ງໃນກົດໝາຍວ່າດ້ວຍການລົດໄຟ ມາດຕາທີ 137 ຂໍ້ທີ 10 ລະບຸຢ່າງຊັດເຈນວ່າ ຫ້າມບໍ່ໃຫ້ປີນຝາກັ້ນ ຂວາງທາງ ຂ້າມທາງເມື່ອໄຟແດງ ແລະ ຫ້າມບໍ່ໃຫ້ປີນຮົ້ວ ຮາວກັ້ນລະຫວ່າງທາງລົດໄຟກັບເຂດບໍລີເວນອ້ອມຂ້າງ ດັ່ງນັ້ນແຈ້ງມາຍັງປະຊາຊົນທຸກທ່ານອີກຄັ້ງໜຶ່ງ ນອກຈາກການປີນຝາກັ້ນ ປີນຮົ້ວ ແລະ ຮາວກັ້ນລະຫວ່າງທາງລົດໄຟ ກັບເຂດບໍລິເວນອ້ອມຂ້າງ ຈະຜິດຕໍ່ລະບຽບກົດໝາຍແລ້ວ ຍັງຈະເປັນອັນຕະລາຍຕໍ່ຕົວທ່ານເອງ ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພ ອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ ອີກປັດໄຈໜຶ່ງລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງໃນການເບກ ບໍ່ສາມາດເບກທັນທີໄດ້ ຫາກມີອຸບັດເຫດເກີດຂຶ້ນແລ້ວ ກໍອາດຈະພາໃຫ້ເປັນອັນຕະລາຍເຖິງແກ່ຊີວິດຂອງປະຊາຊົນເອງໄດ້ ພ້ອມນັ້ນ ພຶດຕິກຳດັ່ງກ່າວ ກໍຍັງຈະເປັນອັນຕະລາຍຕໍ່ການແລ່ນລົດ ກໍຄືເປັນອັນຕະລາຍຊີວິດຂອງຜູ້ໂດຍສານພາຍໃນລົດ ແລະ ຍັງເຮັດໃຫ້ເປັນອັນຕະລາຍຕໍ່ຊັບສິນຂອງຊາດບ້ານເມືອງ ສະນັ້ນ ຈຶ່ງເປັນອັນຕະລາຍຢ່າງສູງ ຫາກບຸກລຸກເຂົ້າໄປຮົ້ວກັ້ນລົດໄຟ ແລະ ເພື່ອຄວາມປອດໄພຂອງການເດີນລົດໄຟ ໂດຍສະເພາະແມ່ນຂອງຜູ້ໂດຍສານ ແລະ ຂອງຕົວທ່ານເອງ ຈຶ່ງຂໍຄວາມມືຈາກທຸກທ່ານຈົ່ງຢ່າໄດ້ມ້າງ ຫຼື ປີນຮົ້ວ ເພື່ອເຂົ້າໄປໃນຂອບເຂດທາງລົດໄຟເດັດຂາດ.

error: Content is protected !!