6 ອົງການ​ຈັດ​ຕັ້ງສໍາລັບ​ຄົນ​ພິການ ຈະໄດ້ຮັບການສະໜັບສະໜູນດ້ານກິດຈະກຳ

    ໃນວັນທີ 23 ມີນາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ມີພິທີເຊັນບົດ ບັນທຶກລະຫວ່າງອົງການແນວລາວສ້າງຊາດ ນວ ແລະ ສະມາຄົມ​ພັດທະນາເພື່ອ​ແມ່ຍິງ ​ແລະ ການ​ສື​ກສາ​ກົດໝາຍ ຮ່ວມລົງນາມໂດຍທ່ານ ສົມໃຈ ຊົົ່ງຈົ່ງເຕັງ ຮອງປະທານອົງການແນວລາວສ້າງຊາດ ນວ ແລະ ທ່ານ ນາງ ອິນທະນາ ບຸບຜາສະຫວັນ ຜູ້ອໍານວຍການສະມາຄົມ​ພັດທະນາເພື່ອ​ແມ່ຍິງ ​ແລະ ການ​ສື​ກສາ​ກົດໝາຍ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳ ການສົ່ງເສີມສ້າງຄວາມຮູ້ດ້ານບົດບາດ ຍິງ-ຊາຍ ແລະ ສິດທິທາງດ້ານກົດໝາຍ ໃຫ້ແກ່ບັນດາອົງການຈັດຕັ້ງສຳລັບຄົນພິການ ໂດຍມີທ່ານ ຖະໜອມ ທໍາທອງ ປະທານອົງການແນວລາວສ້າງຊາດ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

    ສະມາຄົມ​ພັດທະນາເພື່ອ​ແມ່ຍິງ ​ແລະ ການ​ສື​ກສາ​ກົດໝາຍ ມີ 6 ອົງການ​ຈັດ​ຕັ້ງສໍາລັບ​ຄົນ​ພິການຄື

  1. ສະມາຄົມ​ຄົນ​ພິການ​ແຫ່ງ​ຊາດ
  2. ສະມາຄົມ​ແມ່ຍິງ​ພິການ
  3. ສະມາຄົມພັດທະນາ ​ແລະ ສົ່ງ​ເສີມ​ອາຊີບ​ຄົນ​ພິການ​ຕາ
  4. ສະມາຄົມ​ຊ່ວຍ​ເຫຼືອ​ເດັກນ້ອຍ​ພິການ
  5. ສະມາຄົມ​ຄົນ​ພິການ ​ເມືອງ​ໄຊ​ເສດ​ຖາ
  6. ສະມາຄົມ ພັດທະນາຄົນພິການແຂວງຊຽງຂວາງ.

    ຈຸດປະສົງ​ຂອງ​ກິດຈະກຳ ເພື່ອ​ຜັນ​ຂະຫຍາຍແຜນ​ພັດທະນາຂອງ​ແນວ​ລາວ​ສ້າງ​ຊາດ ກໍ​ຄື​ແຜນ​ພັດທະນາ ເສດຖະກິດ-ສັງຄົມ 5 ປີ (2021-2025) ​ທີ່ນອນຢູ່ໃນ ​ແຜນ​ວຽກຈຸດສຸມ​ທີ່ 3 ກາ​ນສົ່ງ​ເສີມ ​ແລະ ສ້າງ​ໂອ​ກາດ​ໃຫ້​ແມ່ຍິງ ​ໄວ​ໜຸ່ມ ເດັກ ຜູ້​ອາວຸ​ໂສ ຜູ້​ດ້ອຍ​ໂອກາດ ແລະ ຜູ້​ພິການ/​ເສຍ​ອົງຄະ ​ໄດ້​ຮັບ​ການພັດທະນາ ​ແລະ ປະກອບສ່ວນ​ຢ່າງ​ເຕັມ​ທີ່​ໃນ​ການ​ພັດທະນາ

    ກິດຈະ​ກໍາຫຼັກ ປະກອບມີການ​ປະສານ​ງານຮ່ວມ​ກັບ​ອົງການ​ຈັດ​ຕັ້ງ​ສໍາລັບ​ຄົນ​ພິການ ພັດທະນາ ​ແລະ ຈັດ​ພີ​ມ​ເອກະສານ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ບົດບາດ​ຍິງ-ຊາຍ ກົດໝາຍກ່ຽວ​ກັບແມ່ຍິງ ​ແລະ ກົດ   ໝາຍ​ວ່າ​ດ້ວຍຄົນ​ພິການ ເຝິກອົບຮົມ​ກ່ຽວ​ກັບ​ບົດບາດ​ຍິງ-ຊາຍ ອົບຮົມ​ທັກ​ສະການ​ເປັນ​ຄູ​ເຝິກ ໃຫ້​ແກ່​ຜູ້​ຕ່າງ​ໜ້າ​ຈາກ 6 ອົງການ​ຈັດ​ຕັ້ງ​ສໍາລັບຄົນ​ພິການ ລົງ​ເຜີ​ຍ​ແຜ່​ບົດຮຽນໂດຍຄູເຝິກ ​ຕິດຕາມ​ສັງ​ເກດ​ການ​ສອນ ​ແລະ ​ໃຫ້​ຄໍາ​ແນະ​ນໍາ​ແກ່​ຄູເ​ຝິກ ການສ້າງ​ວີ​ດີ​ໂອພາບ​ເຄື່ອນ​ໄຫວ​ ໂດຍ​ການ​ເລົ່າ​ເລື້ອງ​ກ່ຽວ​ກັບ​ບົດບາດ​ຍິງ-ຊາຍ ​ແລະ ຄວາມ​ພິການ ແລະ ກິດຈະ​ກໍາທີ​ຊ່ວຍ​ໃຫ້​ຄົນ​ພິການ​ສາມາດ​ນໍາ​ໃຊ້​ການ​ບໍລິການ​ທາງ​ດ້ານ​ກົດໝາຍ​ຂອງ ADWLE ໄດ້​ໂດຍ​ບໍ່ເສຍ​ຄ່າ ​ໂດຍ​ຜ່ານ​ຫ້ອງການ​ໃຫ້​ຄໍາ​ປືກສາ ​ແລະ ຊ່ວຍ​ເຫຼືອ​ແມ່ຍິງ (WACO) ບ້ານ​ຈອມ​ມະນີ ເມືອງ​ໄຊ​ເສດ​ຖາ ນວ ຜູ້ໃຫ້ທຶນສະໜັບສະໜູນ ກອງ​ທືນ MAKE THE RIGHT REAL FUND GRANT 2021 (MRR) ອີນຊອນ ປະ​ເທດ ສ ​ເກົາຫຼີ​​ ມູນຄ່າ 24.000 ໂດລາສະຫະລັດ ປະມານ 275 ລ້ານກວ່າກີບ ໄລຍະເວລາຂອງການດຳເນີນກິດຈະ ກຳ ແຕ່ເດືອນມັງກອນ ຈົນເຖິງເດືອນສິງຫາ 2022.

# ຂ່າວ – ພາບ : ບຸນມີ

error: Content is protected !!