ບຸນຖົມ ສຸພັນທອງ ຍຶດຖືອາຊີບປູກເຫັດເປັນສິນຄ້າ ສ້າງລາຍຮັບສູ່ຄອບຄົວ

    ທ່ານ ບຸນຖົມ ສຸພັນທອງ ໄດ້ປະກອບຄໍາເຫັນກ່ຽວກັບຄອບຄົວຕົວແບບການປູກເຫັດເປັນສິນຄ້າ ຕໍ່ກອງປະຊຸມຄອບຄົວຕົວແບບ ການຜະລິດເປັນສິນຄ້າກະສິກຳ ອຸດສາຫະກຳ ຫັດຖະກຳ ການຄ້າ ແລະ ການບໍລິການຄັ້ງທີ X ແລະ ການເຂົ້າຫາແຫຼ່ງທຶນ SME ເມືອງນາຊາຍທອງວ່າ: ຄອບຄົວຂ້າພະເຈົ້າໄດ້ຖືອາຊີບກະສິກໍາເປັນຕົ້ນຕໍ ແຕ່່ຜ່ານມາ ໄດ້ເຮັດການຜະລິດດ້ານການປູກເຂົ້າພຽງແຕ່ຢ່າງດຽວ ແຕ່ເຫັນວ່າການປູກເຫັດມີລາຍຮັບດີ ດັ່ງນັ້ນ ຈຶ່ງໄດ້ຫັນມາປູກເຫັດເພື່ອເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ເຊິ່ງໄດ້ເລີ່ມລົງມືແຕ່ປີ 2015 ເປັນຕົ້ນມາ ເມື່ອກ່ອນໄດ້ປູກເຫັດແຕ່ 7 ພັນກ້ອນ ແລະ ມີເຮືອນເຫັດພຽງແຕ່ໜຶ່ງຫຼັງເທົ່ານັ້ນ ຈາກນັ້ນ ເຫັນວ່າການປູກເຫັດມີລາຍຮັບດີພໍສົມຄວນ ຈຶ່ງໄດ້ຂະຫຍາຍເຮືອນປູກອອກເປັນ 4 ຫຼັງ ຈຶ່ງເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນປະມານ 9 ລ້ານກີບຕໍ່ເດືອນ ອັນເຮັດໃຫ້ຄອບຄົວມີລາຍຮັບເພີ່ມຈາກການເຮັດນາ.

    ສໍາລັບການລົງທຶນປູກເຫັດ ໃຊ້ທຶນປະມານ 1.400 ກີບຕໍ່ກ້ອນ ປັດຈຸບັນມີກ້ອນເຫັດທັງໝົດ 28.000 ກ້ອນ ໃນຈໍານວນເຮືອນເຫັດ 4 ຫຼັງມີຈໍານວນດັ່ງນີ້ ຊື້ຂີ້ເລື່ອຍໄມ້ເນື້ອອ່ອນ ຮໍາ ເຂົ້າປຽນ ດິນເກືອ ຢິບຊໍ່າ ຖົງຢາງ ເຈ້ຍເຮັດປອກເຫັດ ຢາງບ້ວງ ຟືນ ຈ້າງແຮງງານຕໍາກ້ອນເຫັດ ໜຶ້ງກ້ອນເຫັດ ແລະ ໃສ່ເຊື້ອເຫັດ ລວມມູນຄ່າທັງໝົດ 39 ລ້ານກວ່າກີບ ຂາຍຜົນຜະລິດໄດ້ 93 ລ້ານກວ່າກີບຕໍ່ 6 ເດືອນ ຫຼື 1 ຊຸດ ເມື່ອຫັກຕົ້ນທຶນອອກ ຈະໄດ້ກໍາໄລປະມານ 54 ລ້ານກີບ ສະເລ່ຍສາມາດມີກໍາໄລປະມານ 9 ລ້ານກວ່າກີບຕໍ່ເດືອນ ຈາກການປະກອບອາຊີບດັ່ງກ່າວມາຮອດປັດຈຸບັນ ຄອບຄົວຂອງທ່ານ ບຸນຖົມ ສຸພັນທອງ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!