ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 2 ພັນກວ່າຄົນ

    ທ່ານນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 24 ມີນາ 2022 ວ່າ: ວັນທີ 23 ມີນາ ທົ່ວປະເທດໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 7.010 ຕົວຢ່າງ ແລະ ພົບເຊື້ອຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.819 ຄົນ ໃນນີ້ ຕິດເຊື້ອພາຍໃນໃໝ່ທັງໝົດ 2.776 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນຄື: ນະຄອນຫຼວງວຽງຈັນ 1.084 ຄົນ ສະຫວັນນະເຂດ 388 ຄົນ ວຽງຈັນ 228 ຄົນ ໄຊຍະບູລີ 240 ຄົນ ຊຽງຂວາງ 145 ຄົນ ຄຳມ່ວນ 139 ຄົນ ອຸດົມໄຊ 87 ຄົນ ບໍ່ແກ້ວ 73 ຄົນ ບໍລິຄຳໄຊ 72 ຄົນ ຫົວພັນ 56 ຄົນ ສາລະວັນ 54 ຄົນ ຫຼວງນ້ຳທາ 50 ຄົນ ອັດຕະປື 47 ຄົນ ຈຳປາສັກ 27 ຄົນ ຫຼວງພະບາງ 24 ຄົນ ຜົ້ງສາລີ 24 ຄົນ ເຊກອງ 21 ຄົນ ແລະ ແຂວງໄຊສົມບູນ 17 ຄົນ ສ່ວນການຕິດເຊື້ອນໍາເຂົ້າ 43 ຄົນ ມາຈາກແຂວງຫົວພັນ 23 ຄົນ ສະຫວັນນະເຂດ 15 ຄົນ ຈໍາປາສັກ 3 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນມີຕົວເລກຜູ້ຕິດເຊື້ອທັງໝົດ 161.866 ຄົນ ອອກໂຮງໝໍ 103 ຄົນ ກຳລັງປິ່ນປົວ 4.075 ຄົນ ແລະ ເສຍຊີວິດທັງໝົດ 652 ຄົນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!